N
ເທດສະການກິນເຂົ້າຈີ່ບໍ່ມີເຊື້ອແປ້ງ ແລະ ຄວາມທຸກທໍລະມານ
[ເທດສະການແຫ່ງພັນທະສັນຍາເດີມເຮັດໜ້າທີ່ເປັນແວ່ນ ແລະ ເງົາຂອງສິ່ງທີ່ຈະເກີດຂຶ້ນ
ໃນພັນທະສັນຍາໃໝ່]
ເທດສະການກິນເຂົ້າຈີ່ບໍ່ມີເຊື້ອແປ້ງໃນພັນທະສັນຍາໃໝ່ ເປັນການລະນຶກເຖິງ
ຄວາມຍາກລໍາບາກ ທີ່ປະຊາຊົນອິດສະລາເອນໄດ້ປະເຊີນເມື່ອ 3,500 ປີກ່ອນ;
ຫຼັງຈາກປະຕິບັດຕາມເທດສະການປັດສະຄາແລ້ວ, ພວກເຂົາໄດ້ອອກຈາກເອຢິບ
ໃນມື້ຕໍ່ມາ ແລະ ຜ່ານຜ່າຄວາມຍາກລຳບາກຈົນກວ່າຂ້າມທະເລແດງ.
ສິ່ງນີ້ໄດ້ເຮັດໜ້າທີ່ເປັນເງົາຂອງຄວາມເຈັບປວດ ແລະ ການເສຍສະຫຼະທີ່ພະເຢຊູຄິດ
ຈະຕ້ອງປະເຊີນ; ຫຼັງຈາກປະຕິບັດຕາມເທດສະການປັດສະຄາແລ້ວ ພະອົງໄດ້ຊົງ
ທຸກທໍລະມານ ແລະ ຖືກຄຶງທີ່ໄມ້ກາງແຂນໃນມື້ຕໍ່ມາ.
[ສະມາຊິກຂອງຄິດສະຕະຈັກຂອງພະເຈົ້າໄດ້ແບກໄມ້ກາງແຂນຂອງຕົນ
ຕາມແກ່ນແທ້ຂອງແທ້ຂອງເທດສະການກິນເຂົ້າຈີ່ບໍ່ມີເຊື້ອແປ້ງ.]
ການຖືກປະຕິເສດ ແລະ ຖືກທໍລະຍົດຈາກບັນດາສາວົກທີ່ໄດ້ອ້າງວ່າ “ພວກຂ້າພະອົງຈະ
ຕິດຕາມພະອົງໄປຈົນເຖິງຕາຍ.” ການຖືກຫົວເຍາະເຍີ້ຍ ແລະ ເຍີ້ນຫຍັນຈາກຜູ້ປໍລະປັກ
ຢ່າງຫຼວງຫຼາຍ, ແລ້ວໃນທີ່ສຸດ ກໍຖືກຄຶງທີ່ໄມ້ກາງແຂນ, ນີ້ແມ່ນຄວາມທຸກທໍລະມານ
ຂອງພະຄິດ ພະອັນຊັງໂຮງ ພະຜູ້ຊ່ວຍໃຫ້ພົ້ນໃນສະໄໝພະວິນຍານບໍລິສຸດ
ທີ່ໄດ້ຊົງປະເຊີນ ເມື່ອ 2,000 ປີກ່ອນ. ດຽວນີ້ ເປັນເວລາທີ່ພວກເຮົາຈໍາເປັນຄວາມເຊື່ອ
ທີ່ເຂົ້າໃຈເຖິງຄວາມຮັກຂອງພະອົງ ແລະ ແບກໄມ້ກາງແຂນຂອງພວກເຮົາເອງ.
ແລ້ວພະເຢຊູກໍກ່າວແກ່ພວກສາວົກວ່າ “ຖ້າຜູ້ໃດຜູ້ໜຶ່ງຕ້ອງການມານໍາເຮົາ
ໃຫ້ລາວເຊົາເຫັນແກ່ຕົວເອງແບກໄມ້ກາງແຂນຂອງຕົນ ແລະ ຕາມເຮົາໄປ.
ເພາະຜູ້ໃດກໍຕາມທີ່ຢາກຮັກສາຊີວິດຂອງຕົນໄວ້ໃຫ້ພົ້ນ ຈະເສຍຊີວິດ,
ແຕ່ຜູ້ໃດກໍຕາມທີ່ເສຍຊີວິດຂອງຕົນເພື່ອເຫັນແກ່ເຮົາ ກໍຈະໄດ້ພົບຊີວິດນັ້ນ.
[ມັດທາຍ 16:24-25]
ຈຳນວນຜູ້ເຂົ້າຊົມ127