N
ເທດສະການເປົ່າແກ ແລະ ວຽກງານແຫ່ງການກັບໃຈເຊົາເຮັດບາບ
ເທດສະການເປົ່າແກກະຕຸ້ນມະນຸດຊາດໃຫ້ກັບໃຈເຊົາເຮັດບາບທັງໃນພັນທະສັນຍາເດີມ ແລະ ພັນທະສັນຍາໃໝ່
ພະເຈົ້າໄດ້ຊົງກໍານົດໃຫ້ມື້ທໍາອິດຂອງເດືອນເຈັດຕາມປະຕິທິນສັກສິດ ເປັນເທດສະການເປົ່າແກ ເພື່ອໃຫ້ພວກເຮົາລະນຶກເຖິງມື້ລຶບລ້າງບາບໃຫຍ່ ເຊິ່ງເປັນເວລາທີ່ພະອົງໄດ້ຊົງອະໄພການບາບຂອງຊາວອິດສະລາເອນທີ່ໄດ້ຕົກໄປສູ່ການຂາບໄຫວ້ຮູບໂຄລົບ ແລະ ໄດ້ຊົງປະທານຄໍາສັ່ງສິບຂໍ້ຊຸດທີສອງໃຫ້ແກ່ພວກເຂົາ. ຍິ່ງໄປກວ່ານັ້ນ, ດັ່ງທີ່ໄດ້ມີການເປົ່າແກໃນເທດສະການເປົ່າແກເພື່ອຮຽກຮ້ອງໃຫ້ກັບໃຈເຊົາເຮັດບາບ, ພະເຢຊູກໍໄດ້ຊົງສະເດັດມາສູ່ໂລກນີ້ ແລະ ຊົງຮຽກຮ້ອງມະນຸດຊາດໃຫ້ກັບໃຈເຊົາເຮັດບາບ ໂດຍຊົງກ່າວວ່າ “ຈົ່ງກັບໃຈເຊົາເຮັດບາບສາ”.
ການກັບໃຈເຊົາເຮັດບາບແມ່ນການເສຍໃຈຕໍ່ບາບໃນອະດີດຂອງຕົນ ແລະ ກັບຄືນມາຫາພະເຈົ້າ
ດັ່ງທີ່ພວກເຮົາເຫັນໄດ້ໃນຄໍາອຸປະມາເລື່ອງລູກຊາຍທີ່ຟຸມເຟືອຍ ແລະ ໃນເລື່ອງລາວຂອງໂຢນາ ທີ່ໄດ້ນໍາພາຊາວເມືອງນີນາເວ 120,000 ຄົນໄປສູ່ຄວາມພົ້ນ, ພະພອນອັນຍິ່ງໃຫຍ່ຈາກພະເຈົ້າໄດ້ຖືກຈັດຕຽມໄວ້ສະເໝີ ພາຍຫຼັງວຽກງານແຫ່ງການກັບໃຈເຊົາເຮັດບາບ. ໃນທຸກມື້ນີ້ກໍເຊັ່ນກັນ, ພວກເຮົາຕ້ອງບັນລຸການກັບໃຈເຊົາເຮັດບາບຢ່າງສົມບູນເໝືອນດັ່ງໂຢນາ ຄືສໍາລັບສາຍຕາ ແລະ ຈິດໃຈຂອງພວກເຮົາທີ່ໄດ້ຫັນໄປຫາໂລກ ແລະ ຕ້ອງເປົ່າແກເພື່ອຮຽກຮ້ອງໃຫ້ທົ່ວໂລກກັບຄືນມາຫາພະຄິດ ພະອັນຊັງໂຮງ ແລະ ພະເຈົ້າພະມານດາ.
ໃນມື້ທີໜຶ່ງຂອງເດືອນທີເຈັດ ໃຫ້ຖືເປັນມື້ພິເສດສໍາລັບພັກຜ່ອນ ແລະ ເມື່ອໄດ້ຍິນສຽງແກດັງຂຶ້ນ ຈົ່ງພາກັນມາເຕົ້າໂຮມເພື່ອນະມັດສະການ.
ລະບຽບພວກເລວີ 23:23-24
“ແຕ່ບັດນີ້ເຮົາຄືພະຜູ້ເປັນເຈົ້າແຫ່ງຈັກກະວານ ພວມບອກຊາວອິດສະລາເອນວ່າ ເຮົາຈະຕັດສິນພວກເຈົ້າແຕ່ລະຄົນຕາມການກະທໍາຂອງພວກເຈົ້າ. ຈົ່ງຫັນໜີຈາກການຊົ່ວຊ້າທັງໝົດທີ່ພວກເຈົ້າກໍາລັງເຮັດນັ້ນສາ ແລະ ຢ່າປ່ອຍໃຫ້ການບາບທີ່ພວກເຈົ້າເຮັດຢູ່ນັ້ນທໍາລາຍພວກເຈົ້າ.”
ເອເສກຽນ 18:30
ຈຳນວນຜູ້ເຂົ້າຊົມ255
#ເທດສະການເປົ່າແກ
#ການກັບໃຈເຊົາເຮັດບາບ
#ການປະກາດ