ມະນຸດຊາດທັງໝົດລ້ວນແຕ່ເປັນຄົນບາບມະຫັນ ທີ່ສົມຄວນໄດ້ຮັບການລົງໂທດຈາກພະເຈົ້າ ສໍາລັບຄວາມບາບທີ່ໄດ້ເຮັດໃນສະຫວັນ, ແຕ່ພະເຈົ້າໄດ້ຊົງສະເດັດມາສູ່ໂລກນີ້ໃນສະພາບເນື້ອໜັງ ແລະ ຊົງປະທານການອະໄພບາບໃຫ້ແກ່ພວກເຮົາ ໂດຍຜ່ານຄໍາໝັ້ນສັນຍາໃໝ່ ເພື່ອໃຫ້ພວກເຮົາມີຄວາມຫວັງໃນອານາຈັກສະຫວັນອີກຄັ້ງ ໃນຖານະລູກຂອງພະເຈົ້າ.
ພະເຈົ້າໄດ້ຊົງສະເດັດມາສູ່ໂລກນີ້, ບ່ອນທີ່ພະອົງໄດ້ຊົງທົນທຸກທໍລະມານເທິງໄມ້ກາງແຂນ, ເພື່ອຟື້ນຟູຄໍາໝັ້ນສັນຍາໃໝ່ ທີ່ໄດ້ສູນເສຍໄປໃນລະຫວ່າງຍຸກມືດທາງສາສະໜາອີກຄັ້ງ ແລະ ເພື່ອເປີດທາງແຫ່ງຄວາມພົ້ນໃຫ້ແກ່ມະນຸດຊາດ. ບັນດາລູກແຫ່ງສະຫວັນໄດ້ຮັບຄວາມຮັກຂອງພະເຈົ້າ ເຊິ່ງແມ່ນແຕ່ຄວາມເຈັບປວດແຫ່ງຄວາມຕາຍກໍບໍ່ສາມາດຂັດຂວາງໄດ້. ດັ່ງນັ້ນ, ພີ່ນ້ອງຊາຍສາວແຫ່ງສີໂອນ ຜູ້ທີ່ກາຍເປັນຄອບຄົວແຫ່ງສະຫວັນ ຄວນນໍາຄວາມຮັກທີ່ໄດ້ຮັບຈາກພະເຈົ້າໄປສູ່ການປະຕິບັດ ໂດຍການຮັກເຊິ່ງກັນແລະກັນ.
ບັດນີ້ເຮົາມອບພະບັນຍັດຂໍ້ໃໝ່ໃຫ້ພວກທ່ານ: “ຈົ່ງຮັກເຊິ່ງກັນແລະກັນ. ເຮົາຮັກພວກທ່ານຢ່າງໃດ ພວກທ່ານກໍຈົ່ງຮັກເຊິ່ງກັນແລະກັນຢ່າງນັ້ນ. [ໂຢຮັນ 13:34]
119 ບຸນດັງ ຕູ້ໄປສະນີ, ບຸນດັງ-ກູ, ຊອງນຳ-ຊີ, ກີຢັອງກີ-ໂດ, ສ. ເກົາຫຼີ
ໂທ 031-738-5999 ແຟັກ 031-738-5998
ສໍານັກງານໃຫຍ່: 50 ຊອງແນ, ບຸນດັງ-ກູ, ຊອງນຳ-ຊີ, ກີຢັອງກີ-ໂດ, ສ. ເກົາຫຼີ
ຄິດສະຕະຈັກແມ່: 35 ພັນກີໂຢ, ບຸນດັງ-ກູ, ຊອງນຳ-ຊີ, ກີຢັອງກີ-ໂດ, ສ. ເກົາຫຼີ
ⓒ ຄິດສະຕະຈັກຂອງພະເຈົ້າ ສະມາຄົມເຜີຍແຜ່ຂ່າວປະເສີດທົ່ວໂລກ ສະຫງວນລິຂະສິດ. ນະໂຍບາຍສ່ວນບຸກຄົນ