ໃນເຂດຮ້ອນທີ່ມີສະພາບອາກາດປ່ຽນແປງໜ້ອຍ, ຕົ້ນໄມ້ມັກຈະບໍ່ມີວົງຮອບປີທີ່ຊັດເຈນ, ໃນຂະນະທີ່ຕົ້ນໄມ້ທີ່ໄດ້ຜ່ານຜ່າການປ່ຽນແປງຂອງສະພາບອາກາດ, ສັດຕູພືດ, ໄພແຫ້ງແລ້ງ ແລະ ນໍ້າຖ້ວມ ຈະມີວົງຮອບປີທີ່ຊັດເຈນ. ໃນທຳນອງດຽວກັນ, ແຕ່ລະຄົນກໍມີວົງຮອບປີຂອງຕົນເອງ ທີ່ບົ່ງບອກເຖິງຊີວິດທີ່ພວກເຂົາໄດ້ດໍາເນີນໄປເພື່ອອານາຈັກສະຫວັນ. ດັ່ງນັ້ນ, ການປະຕິບັດຕາມພະປະສົງຂອງພະເຈົ້າດ້ວຍໃຈຈົດຈໍ່ ເພື່ອຊ່ວຍຈິດວິນຍານໜຶ່ງໃຫ້ພົ້ນຈຶ່ງເປັນສິ່ງທີ່ສໍາຄັນ.
ທຸກໆມື້, ແຕ່ລະຄົນກໍາລັງສ້າງວົງຮອບປີແຫ່ງສະຫວັນຢູ່ທີ່ເຮືອນ ຫຼື ຢູ່ທີ່ຄິດສະຕະຈັກ. ຈິດໃຈທີ່ພວກເຮົາມີໃນເວລາປະກາດຂ່າວປະເສີດ, ຮ່ວມນະມັດສະການ ແລະ ອະທິຖານ ເປັນສິ່ງກໍານົດວົງຮອບປີແຫ່ງສະຫວັນຂອງພວກເຮົາ. ແຕ່ລະຄົນຈະໄດ້ຮັບພະພອນ ແລະ ບໍາເໜັດຕາມນັ້ນ.
ພະເຢຊູຊົງກ່າວວ່າ “ເບິ່ງແມ! ເຮົາຈະມາໃນໄວໆນີ້! ເຮົາຈະເອົາບໍາເໜັດຂອງເຮົາໃຫ້ແຕ່ລະຄົນຕາມການກະທຳຂອງເຂົາ. [ພະນິມິດ 22:12]
ຖ້າລາວຫວ່ານສິ່ງທີ່ພໍໃຈຕັນຫາຂອງຕົນ ຕັນຫາຂອງລາວ ກໍຈະໃຫ້ລາວເກັບກ່ຽວຜົນແຫ່ງຄວາມຕາຍ; ແຕ່ຖ້າລາວຫວ່ານສິ່ງທີ່ພໍໃຈພະວິນຍານ ພະວິນຍານກໍຈະໃຫ້ລາວເກັບກ່ຽວຜົນ ແຫ່ງຊີວິດອັນຕະຫຼອດໄປເປັນນິດ. ສະນັ້ນ ຢ່າໃຫ້ພວກເຮົາເມື່ອຍລ້າໃນການເຮັດດີ; ເພາະຖ້າພວກເຮົາບໍ່ລົດລະໃນການເຮັດດີ ພວກເຮົາກໍຈະເກັບກ່ຽວຜົນດີຕາມເວລາອັນສົມຄວນ. [ຄາລາເຕຍ 6:8-9]
119 ບຸນດັງ ຕູ້ໄປສະນີ, ບຸນດັງ-ກູ, ຊອງນຳ-ຊີ, ກີຢັອງກີ-ໂດ, ສ. ເກົາຫຼີ
ໂທ 031-738-5999 ແຟັກ 031-738-5998
ສໍານັກງານໃຫຍ່: 50 ຊອງແນ, ບຸນດັງ-ກູ, ຊອງນຳ-ຊີ, ກີຢັອງກີ-ໂດ, ສ. ເກົາຫຼີ
ຄິດສະຕະຈັກແມ່: 35 ພັນກີໂຢ, ບຸນດັງ-ກູ, ຊອງນຳ-ຊີ, ກີຢັອງກີ-ໂດ, ສ. ເກົາຫຼີ
ⓒ ຄິດສະຕະຈັກຂອງພະເຈົ້າ ສະມາຄົມເຜີຍແຜ່ຂ່າວປະເສີດທົ່ວໂລກ ສະຫງວນລິຂະສິດ. ນະໂຍບາຍສ່ວນບຸກຄົນ