ເພື່ອຄວາມພົ້ນຂອງມະນຸດຊາດ, ພະເຈົ້າໄດ້ຊົງປະທານພະຄໍາພີໃຫ້ແກ່ພວກເຮົາ ແລະ ຊົງສ້າງຕັ້ງ ພະບັນຍັດແຫ່ງຄໍາໝັ້ນສັນຍາໃໝ່ຂຶ້ນ. ດັ່ງທີ່ໂຊໂລໂມນສາມາດແຍກແຍະໄດ້ວ່າ ໃຜເປັນແມ່ທີ່ແທ້ຈິງຂອງເດັກນັ້ນ ໂດຍຜ່ານສັນຊາດຕະຍານແຫ່ງຄວາມຮັກຂອງແມ່, ໃນສະໄໝນີ້, ພະເຈົ້າຊົງຮູ້ຈັກຜູ້ທີ່ປະຕິບັດຕາມຄໍາໝັ້ນສັນຍາໃໝ່ ເຊິ່ງພະເຈົ້າໄດ້ຊົງສັ່ງນັ້ນ ວ່າເປັນບັນດາລູກທີ່ຖືກເລືອກຂອງພະອົງ ແລະ ຊົງປະທານພະພອນແຫ່ງຄວາມພົ້ນໃຫ້ແກ່ພວກເຂົາ.
ໃນປັດຈຸບັນ, ຄິດສະຕະຈັກຂອງພະເຈົ້າປະຕິບັດຕາມການຊີ້ນໍາຂອງພະຄິດ ພະອັນຊັງໂຮງ ແລະ ພະມານດາແຫ່ງສະຫວັນ ເຢລູຊາໃໝ່. ພະອົງໄດ້ຊົງຟື້ນຟູຄໍາໝັ້ນສັນຍາໃໝ່ທີ່ໄດ້ສູນຫາຍໄປ ເຊັ່ນ ມື້ພະ ແລະ ປັດສະຄາ, ແລະ ໄດ້ຊົງປະທານຄໍາສັ່ງສອນທັງໝົດທີ່ຈໍາເປັນຕໍ່ຄວາມພົ້ນ ແຫ່ງຈິດວິນຍານຂອງພວກເຮົາ ເຊິ່ງເປັນເປົ້າໝາຍແຫ່ງຄວາມເຊື່ອ. ນີ້ແມ່ນເຫດຜົນທີ່ພຽງແຕ່ຄິດສະຕະຈັກຂອງພະເຈົ້າເທົ່ານັ້ນ ມີພະສັນຍາແຫ່ງຄວາມພົ້ນ.
ພະຜູ້ເປັນເຈົ້າກ່າວວ່າ “ປະຊາຊົນຊາວຢູດາໄດ້ເຮັດບາບຕື່ມຂຶ້ນຢູ່ເລື້ອຍໆ; ດັ່ງນັ້ນແຫຼະ ເຮົາຈຶ່ງຈະລົງໂທດເຂົາຢ່າງແນ່ນອນ. ເຂົາໄດ້ປະໝາດຄໍາສັ່ງສອນຂອງເຮົາ ແລະ ບໍ່ໄດ້ຖືຮັກສາຂໍ້ຄໍາສັ່ງຂອງເຮົາ. ເຂົາເດີນທາງຜິດ ໂດຍຕິດຕາມພະຈອມປອມ ທີ່ພວກປູ່ຍ່າຕາຍາຍຂອງເຂົາເຄີຍນັບຖືມານັ້ນ. ]ອາໂມດ 2:4[
ພວກທ່ານຮັກພະອົງ ແມ່ນວ່າພວກທ່ານບໍ່ໄດ້ເຫັນພະອົງ ແລະ ພວກທ່ານເຊື່ອໃນພະອົງ ແມ່ນວ່າບໍ່ເຫັນພະອົງໃນເວລານີ້ກໍຕາມ. ດັ່ງນັ້ນ ພວກທ່ານຈຶ່ງດີອົກດີໃຈດ້ວຍຄວາມຊົມຊື່ນຍິນດີອັນໃຫຍ່ ແລະ ໜ້າສັນລະເສີນເກີນທີ່ຈະອະທິບາຍໄດ້ເປັນຖ້ອຍຄໍາ; ເພາະພວກທ່ານໄດ້ຮັບຕາມຄວາມມຸ່ງໝາຍແຫ່ງຄວາມເຊື່ອຂອງພວກທ່ານໃນພະອົງຄື: ດວງວິນຍານຂອງພວກທ່ານຈະໄດ້ພົ້ນ. 1 ເປໂຕ 1:8-9[
119 ບຸນດັງ ຕູ້ໄປສະນີ, ບຸນດັງ-ກູ, ຊອງນຳ-ຊີ, ກີຢັອງກີ-ໂດ, ສ. ເກົາຫຼີ
ໂທ 031-738-5999 ແຟັກ 031-738-5998
ສໍານັກງານໃຫຍ່: 50 ຊອງແນ, ບຸນດັງ-ກູ, ຊອງນຳ-ຊີ, ກີຢັອງກີ-ໂດ, ສ. ເກົາຫຼີ
ຄິດສະຕະຈັກແມ່: 35 ພັນກີໂຢ, ບຸນດັງ-ກູ, ຊອງນຳ-ຊີ, ກີຢັອງກີ-ໂດ, ສ. ເກົາຫຼີ
ⓒ ຄິດສະຕະຈັກຂອງພະເຈົ້າ ສະມາຄົມເຜີຍແຜ່ຂ່າວປະເສີດທົ່ວໂລກ ສະຫງວນລິຂະສິດ. ນະໂຍບາຍສ່ວນບຸກຄົນ