ເຊັ່ນດຽວກັນກັບທີ່ອາດາມ ແລະ ເອວາສູນເສຍສະຫງ່າລາສີໃນສວນເອເດນ ຍ້ອນຄວາມບາບໃນການກິນໝາກໄມ້ຈາກຕົ້ນໄມ້ທີ່ໃຫ້ຮູ້ຈັກດີແລະຮູ້ຈັກຊົ່ວ, ມະນຸດຊາດກໍສູນເສຍສະຫງ່າລາສີທັງໝົດ ຍ້ອນບາບຂອງພວກເຂົາໃນສະຫວັນ ແລະ ຖືກຖິ້ມລົງມາສູ່ໂລກນີ້. ມະນຸດຊາດຖືກແຍກອອກຈາກພະເຈົ້າ ຍ້ອນບາບຂອງພວກເຂົາ, ແຕ່ພະເຈົ້າໄດ້ຊົງອະນຸຍາດໃຫ້ພວກເຂົານະມັດສະການພະອົງ ໂດຍຜ່ານເທດສະການສາມປາງເຈັດຊະນິດ ລວມທັງມື້ພະ ແລະ ປັດສະຄາ ເປັນວິທີທີ່ຈະໃຫ້ອະໄພບາບແກ່ພວກເຂົາໄດ້.
ພວກເຮົາສາມາດຢືນຢັນໃນພະຄໍາພີໄດ້ວ່າ ການຖວາຍເຄື່ອງບູຊາຂອງອາເບັນ ເຊິ່ງເຮັດໃຫ້ພະເຈົ້າຊົງພໍໃຈ ໄດ້ຖືກທໍານວາຍໄວ້ແລ້ວວ່າ ພະຄິດຈະຊົງໃຫ້ອະໄພການບາບແກ່ມະນຸດຊາດ ໂດຍການຫຼັ່ງໄຫຼເລືອດຂອງພະອົງເທິງໄມ້ກາງແຂນ. ໂດຍຜ່ານການເສຍສະຫຼະດ້ວຍເລືອດ ນັ້ນແມ່ນ ການນະມັດສະການ ທີ່ມະນຸດສາມາດເຂົ້າໃກ້ພະເຈົ້າຫຼາຍຂຶ້ນ ແລະ ກາຍເປັນສ່ວນໜຶ່ງໃນຄອບຄົວຂອງພະເຈົ້າ ໃນຖານະລູກຊາຍ ແລະ ລູກສາວຂອງພະອັນຊັງໂຮງ ແລະ ພະເຈົ້າພະມານດາ ພະຜູ້ຊ່ວຍໃຫ້ພົ້ນໃນສະໄໝພະວິນຍານບໍລິສຸດ.
ແຕ່ບັດນີ້ ໃນການຮ່ວມເຂົ້າກັບພະເຢຊູຄິດນັ້ນ ພວກທ່ານຜູ້ທີ່ເຄີຍຢູ່ຫ່າງໄກເມື່ອກ່ອນນັ້ນ ກໍຖືກເຮັດໃຫ້ຫຍັບເຂົ້າມາໃກ້ຊິດພະອົງ ໂດຍຄວາມຕາຍ (ໂດຍພະໂລຫິດ, RLV) ຂອງພະຄິດ. ... ດັ່ງນັ້ນແຫຼະ ພວກທ່ານຄົນບໍ່ເປັນຢິວ ຈຶ່ງບໍ່ເປັນຄົນຕ່າງດ້າວອີກຕໍ່ໄປ; ບັດນີ້ ພວກທ່ານເປັນພີ່ນ້ອງຮ່ວມພົນລະເມືອງກັບປະຊາຊົນຂອງພະເຈົ້າ ແລະ ເປັນສະມາຊິກໃນຄອບຄົວຂອງພະເຈົ້າ. [ເອເຟໂຊ 2:13, 19]
119 ບຸນດັງ ຕູ້ໄປສະນີ, ບຸນດັງ-ກູ, ຊອງນຳ-ຊີ, ກີຢັອງກີ-ໂດ, ສ. ເກົາຫຼີ
ໂທ 031-738-5999 ແຟັກ 031-738-5998
ສໍານັກງານໃຫຍ່: 50 ຊອງແນ, ບຸນດັງ-ກູ, ຊອງນຳ-ຊີ, ກີຢັອງກີ-ໂດ, ສ. ເກົາຫຼີ
ຄິດສະຕະຈັກແມ່: 35 ພັນກີໂຢ, ບຸນດັງ-ກູ, ຊອງນຳ-ຊີ, ກີຢັອງກີ-ໂດ, ສ. ເກົາຫຼີ
ⓒ ຄິດສະຕະຈັກຂອງພະເຈົ້າ ສະມາຄົມເຜີຍແຜ່ຂ່າວປະເສີດທົ່ວໂລກ ສະຫງວນລິຂະສິດ. ນະໂຍບາຍສ່ວນບຸກຄົນ