ການກະກຽມຂອງພະເຈົ້າ ແລະ ການກະກຽມຂອງພວກເຮົາ
ຈຳນວນຜູ້ເຂົ້າຊົມ 3,306 ຄັ້ງ
#ຄວາມພົ້ນ
ພະເຈົ້າໄດ້ຊົງກະກຽມທຸກສິ່ງທຸກຢ່າງເພື່ອຄວາມພົ້ນ ຂອງປະຊາຊົນແຫ່ງສະຫວັນແຕ່ກ່ອນການເນລະມິດສ້າງໂລກ.
ພະເຈົ້າໄດ້ຊົງກະກຽມເຮືອກ່ອນການພິພາກສາດ້ວຍນໍ້າ
ໃນສະໄໝຂອງໂນອາ; ພະອົງໄດ້ຊົງກະກຽມລົມຈາກທິດຕາເວັນອອກ
ເພື່ອແຍກທະເລແດງໃນສະໄໝຂອງໂມເຊ; ພະອົງໄດ້ຊົງຈັດຕຽມມານາ
ແລະນໍ້າສໍາລັບຊາວອິດສະລາເອນໃນການເດີນທາງໃນຖິ່ນແຫ້ງແລ້ງກັນດານ;
ພະອົງໄດ້ຊົງກະກຽມປັດສະຄາແຫ່ງຄໍາໝັ້ນສັນຍາໃໝ່
ເພື່ອຊ່ວຍປະຊາຊົນແຫ່ງສະຫວັນໃຫ້ພົ້ນໃນສະໄໝສຸດທ້າຍ.
ພຽງແຕ່ຜູ້ທີ່ປະຕິບັດຕາມປັດສະຄາແຫ່ງຄໍາໝັ້ນສັນຍາໃໝ່,
ເຊິ່ງພະເຈົ້າໄດ້ຊົງກະກຽມກ່ອນການເນລະມິດສ້າງໂລກເທົ່ານັ້ນ
ສາມາດກາຍເປັນປະຊາຊົນຂອງພະເຈົ້າ ແລະໄດ້ຮັບສິດທິ
ພົນລະເມືອງແຫ່ງສະຫວັນ ມີຕາປະທັບແຫ່ງການໄຖ່ບາບ.
- ວັນທີໂພດສ໌
- 2019. 05. 20
- ພາສາ
-
37 ພາສາ