ດັ່ງຄໍາເວົ້າທີ່ວ່າ “ໃນທະເລຊາຍ, ນ້ຳພຸທີ່ເຢັນສົດຊື່ນມີຄ່າຫຼາຍກວ່າທະເລສາບຄໍາ ແລະ ສໍາລັບແກະທີ່ຫຼົງທາງ, ຜູ້ລ້ຽງແກະມີຄ່າຫຼາຍຍິ່ງກວ່າກະສັດທີ່ຮັ່ງມີທີ່ສຸດ”. ສິ່ງທີ່ມີຄຸນຄ່າຢູ່ໃນໂລກນີ້ ແລະ ສິ່ງທີ່ມີຄຸນຄ່າໃນອານາຈັກສະຫວັນ ແມ່ນແຕກຕ່າງກັນຢ່າງຫຼວງຫຼາຍ. ຄວາມຮັ່ງມີ, ກຽດສັກສີ, ແລະ ອໍານາດທີ່ຫຼາຍຄົນໃນໂລກໃຫ້ຄຸນຄ່ານັ້ນ ບໍ່ມີຄຸນຄ່າຫຍັງໃນອານາຈັກສະຫວັນ. ນັ້ນແມ່ນເຫດຜົນທີ່ຜູ້ເຊື່ອຖືໃນຄິດສະຕະຈັກຕອນຕົ້ນໄດ້ມີຊີວິດຢູ່ເພື່ອອານາຈັກສະຫວັນ ເຖິງແມ່ນວ່າຈະຢູ່ໃນທ່າມກາງການຂົ່ມເຫັງກໍຕາມ.
ໃນອານາຈັກຂອງພະເຈົ້າ, ວຽກງານທີ່ມີຄຸນຄ່າທີ່ສຸດແມ່ນການນໍາເອົາພະຄໍາຂອງພະເຈົ້າໄປສູ່ການປະຕິບັດ. ຜູ້ເຊື່ອຖືໃນຄິດສະຕະຈັກຂອງພະເຈົ້າ ຊອກຫາຈິດວິນຍານທີ່ເສຍໄປແມ່ນແຕ່ດວງໜຶ່ງ ດ້ວຍຄວາມຈິງແຫ່ງຄໍາໝັ້ນສັນຍາໃໝ່ ໂດຍເຊື່ອໃນພະຄໍາຂອງພະເຈົ້າທີ່ວ່າ ພວກເຂົາຈະປົກຄອງດັ່ງກະສັດໃນອານາຈັກສະຫວັນ ແລະ ຮຸ່ງເຮືອງເໝືອນດວງດາວສະຫວ່າງສະໄຫວທີ່ເທິງທ້ອງຟ້າ.
ແມ່ນໃນຄວາມເຊື່ອທີ່ຄົນເຫຼົ່ານັ້ນທຸກຄົນໄດ້ຕາຍໄປ. ເຂົາບໍ່ໄດ້ຮັບສິ່ງທີ່ພະເຈົ້າໄດ້ສັນຍາໄວ້ ແຕ່ເຂົາໄດ້ເຫັນ ແລະ ຕ້ອນຮັບເອົາໄວ້ແຕ່ໄກ; ແລະ ເຂົາກໍຮັບຢ່າງເປີດເຜີຍວ່າ ເຂົາເປັນພຽງແຕ່ຄົນຕ່າງດ້າວ ແລະ ຊາວອົບພະຍົບທີ່ເທິງແຜ່ນດິນໂລກນີ້ເທົ່ານັ້ນ. [ເຮັບເລີ 11:13]
ພວກຜູ້ນໍາທີ່ມີປັນຍາຈະຮຸ່ງເຮືອງເໝືອນດວງດາວສະຫວ່າງສະໄຫວທີ່ເທິງທ້ອງຟ້າ. ຜູ້ທີ່ສັ່ງສອນຄົນທັງຫຼາຍໃຫ້ເຮັດໃນສິ່ງທີ່ຖືກຕ້ອງ ກໍຈະຮຸ່ງເຮືອງຕະຫຼອດໄປເໝືອນດວງດາວ. [ດານີເອນ 12:3]
119 ບຸນດັງ ຕູ້ໄປສະນີ, ບຸນດັງ-ກູ, ຊອງນຳ-ຊີ, ກີຢັອງກີ-ໂດ, ສ. ເກົາຫຼີ
ໂທ 031-738-5999 ແຟັກ 031-738-5998
ສໍານັກງານໃຫຍ່: 50 ຊອງແນ, ບຸນດັງ-ກູ, ຊອງນຳ-ຊີ, ກີຢັອງກີ-ໂດ, ສ. ເກົາຫຼີ
ຄິດສະຕະຈັກແມ່: 35 ພັນກີໂຢ, ບຸນດັງ-ກູ, ຊອງນຳ-ຊີ, ກີຢັອງກີ-ໂດ, ສ. ເກົາຫຼີ
ⓒ ຄິດສະຕະຈັກຂອງພະເຈົ້າ ສະມາຄົມເຜີຍແຜ່ຂ່າວປະເສີດທົ່ວໂລກ ສະຫງວນລິຂະສິດ. ນະໂຍບາຍສ່ວນບຸກຄົນ