ເນື່ອງຈາກຜູ້ຄົນບໍ່ສາມາດເບິ່ງເຫັນໂລກຝ່າຍຈິດວິນຍານໄດ້ ເພາະຢູ່ໃນຊຸດເນື້ອໜັງ,
ພວກເຂົາຈຶ່ງມັກສະແຫວງຫາພະເຈົ້າພຽງເພື່ອແກ້ໄຂບັນຫາ ທີ່ປະເຊີນໃນຊີວິດເທົ່ານັ້ນ.
ຢ່າງໃດກໍຕາມ, ດຽວນີ້ ພວກເຮົາກໍາລັງປະຕິບັດຕາມພະບັນຍັດຂອງພະເຈົ້າ ເຊິ່ງພະເຈົ້າຊົງສັນຍາວ່າ
ຈະຟື້ນຟູສະພາບດັ່ງເດີມຂອງພວກເຮົາ ແລະ ນໍາພາພວກເຮົາໄປສູ່ອານາຈັກສະຫວັນທີ່ຮຸ່ງເຮືອງ ແລະ ນິລັນ.
ຄິດສະຕະຈັກຂອງພະເຈົ້າ ແມ່ນຄິດສະຕະຈັກທີ່ແທ້ຈິງ ເຊິ່ງໄດ້ຖືກສ້າງຂຶ້ນເທິງພື້ນຖານຂອງອັກຄະທູດ
ແລະ ບັນດາຜູ້ປະກາດພະຄໍາ. ບັນດາຜູ້ເຊື່ອຖືໄດ້ອະທິຖານ ໃນນາມຂອງພະຄິດອັນຊັງໂຮງ
ຜູ້ທີ່ຊົງສະເດັດມາດ້ວຍນາມໃໝ່ຂອງພະເຢຊູ ໃນສະໄໝພະວິນຍານບໍລິສຸດ ແລະ ເຊື່ອໃນເຢລູຊາເລັມ
ພະມານດາແຫ່ງສະຫວັນ ຜູ້ທີ່ພະຄິດອັນຊັງໂຮງຊົງເປັນພິຍານເຖິງ.
ເຮົາຈະຕັ້ງຜູ້ທີ່ມີໄຊຊະນະ ໃຫ້ເປັນເສົາໃນວິຫານແຫ່ງພະເຈົ້າຂອງເຮົາ...ເຮົາຈະຈາລຶກໃສ່ຕົວລາວ...
ຊື່ເມືອງແຫ່ງພະເຈົ້າຂອງເຮົາຄື: ກຸງເຢລູຊາເລັມໃໝ່...ເຮົາຍັງຈະຈາລຶກນາມໃໝ່ຂອງເຮົາໃສ່ຕົວຂອງຜູ້ນັ້ນ.
[ພະນິມິດ 3:12]
ດັ່ງນັ້ນແຫຼະ ພວກທ່ານຄົນບໍ່ເປັນຢິວ ຈຶ່ງບໍ່ເປັນຄົນຕ່າງດ້າວອີກຕໍ່ໄປ; ບັດນີ້ ພວກທ່ານເປັນພີ່ນ້ອງຮ່ວມພົນລະເມືອງກັບປະຊາຊົນຂອງພະເຈົ້າ ແລະ ເປັນສະມາຊິກໃນຄອບຄົວຂອງພະເຈົ້າ. ພວກທ່ານຄືກັນ ພວກທ່ານໄດ້ຖືກສ້າງຂຶ້ນເທິງພື້ນຖານ ວາງລົງໂດຍພວກອັກຄະທູດ ແລະ ພວກຜູ້ປະກາດພະຄໍາ...
[ເອເຟໂຊ 2:19-20]
119 ບຸນດັງ ຕູ້ໄປສະນີ, ບຸນດັງ-ກູ, ຊອງນຳ-ຊີ, ກີຢັອງກີ-ໂດ, ສ. ເກົາຫຼີ
ໂທ 031-738-5999 ແຟັກ 031-738-5998
ສໍານັກງານໃຫຍ່: 50 ຊອງແນ, ບຸນດັງ-ກູ, ຊອງນຳ-ຊີ, ກີຢັອງກີ-ໂດ, ສ. ເກົາຫຼີ
ຄິດສະຕະຈັກແມ່: 35 ພັນກີໂຢ, ບຸນດັງ-ກູ, ຊອງນຳ-ຊີ, ກີຢັອງກີ-ໂດ, ສ. ເກົາຫຼີ
ⓒ ຄິດສະຕະຈັກຂອງພະເຈົ້າ ສະມາຄົມເຜີຍແຜ່ຂ່າວປະເສີດທົ່ວໂລກ ສະຫງວນລິຂະສິດ. ນະໂຍບາຍສ່ວນບຸກຄົນ