ເຈົ້າສາວ ທີ່ໃຫ້ນໍ້າແຫ່ງຊີວິດ ແມ່ນພະມານດາ ຜູ້ທີ່ຊົງປະທານນໍ້າແຫ່ງຊີວິດ ໃນທຸກສະໄໝຄື
ສະໄໝພະບິດາ, ພະບຸດ ແລະ ພະວິນຍານບໍລິສຸດ ກໍຄື ພະເຈົ້າເທົ່ານັ້ນ.
ຢ່າງໃດກໍຕາມ, ບາງຄົນໄດ້ເວົ້າວ່າ ຜູ້ເຊື່ອຖື ສາມາດໃຫ້ນໍ້າແຫ່ງຊີວິດໄດ້.
ນັ້ນເປັນເລື່ອງທີ່ບໍ່ຈິງທີ່ວ່າ ບັນດາຜູ້ເຊື່ອຖື ຜູ້ເຊິ່ງເປັນພຽງແຕ່ ຜູ້ສົ່ງຕໍ່ນໍ້າແຫ່ງຊີວິດຂອງພະເຈົ້າ
ໄດ້ເວົ້າວ່າ ຕົນເອງເປັນຜູ້ໃຫ້ນໍ້າແຫ່ງຊີວິດ ກໍເໝືອນກັບ ບຸລຸດໄປສະນີ ຜູ້ທີ່ມີໜ້າທີ່ນຳສົ່ງຈົດໝາຍນັ້ນ
ໄດ້ເວົ້າວ່າ "ຂ້ອຍເປັນຜູ້ມອບເອງ”.
ມັນບໍ່ເປັນການສົມຄວນເລີຍ ທີ່ຈະສະແດງວ່າ ເຮົາເປັນຜູ້ໃຫ້
ໃນຂະນະທີ່ ສົ່ງຕໍ່ສິ່ງຂອງ ຂອງຜູ້ອື່ນ, ຖ້າເຮົາເວົ້າວ່າ ເຮົາເປັນຜູ້ໃຫ້
ທັງໆທີ່ຄວາມຈິງແລ້ວ ພະເຈົ້າຊົງເປັນຜູ້ປະທານໃຫ້ນັ້ນ ກໍສໍ່າກັບເປັນການສາບແຊ່ງຕົນເອງ.
ໃນຖານະທີ່ເຮົາເປັນປະຊາຊົນຂອງພະເຈົ້າ ເຮົາຈະຕ້ອງຮູ້ວ່າ ພະເຈົ້າຊົງສະເດັດມາໃນລັກສະນະໃດ
ເພື່ອປະທານນໍ້າແຫ່ງຊີວິດ ແກ່ພວກເຮົາໃນສະໄໝນີ້ ແລ້ວເປັນຫຍັງພະຄຳພີ ຈຶ່ງໄດ້ອະທິບາຍເຖິງພະເຈົ້າວ່າ
ພະວິນຍານ ແລະເຈົ້າສາວ, ແລ້ວວິທີການ ທີ່ຈະຊົງປະທານນໍ້າ ແຫ່ງຊີວິດໃຫ້ນັ້ນເປັນແນວໃດ.
ຄິດສະຕະຈັກຂອງພະເຈົ້າ ເຊື່ອໃນພະວິນຍານບໍລິສຸດ ຄືພະອັນຊັງໂຮງ ແລະ ເຈົ້າສາວ ຄືພະມານດາ ຜູ້ຊົງປະທານນ້ຳແຫ່ງຊີວິດ.
ຂໍຈົ່ງໄດ້ຮັບອວຍພະພອນແຫ່ງຊີວິດວິດນິລັນ ໂດຍຜ່ານພະຄຳທີ່ເປັນນ້ຳແຫ່ງຊີວິດ ທີ່ພະວິນຍານ ແລະ ເຈົ້າສາວຊົງອະນຸຍາດ.
119 ບຸນດັງ ຕູ້ໄປສະນີ, ບຸນດັງ-ກູ, ຊອງນຳ-ຊີ, ກີຢັອງກີ-ໂດ, ສ. ເກົາຫຼີ
ໂທ 031-738-5999 ແຟັກ 031-738-5998
ສໍານັກງານໃຫຍ່: 50 ຊອງແນ, ບຸນດັງ-ກູ, ຊອງນຳ-ຊີ, ກີຢັອງກີ-ໂດ, ສ. ເກົາຫຼີ
ຄິດສະຕະຈັກແມ່: 35 ພັນກີໂຢ, ບຸນດັງ-ກູ, ຊອງນຳ-ຊີ, ກີຢັອງກີ-ໂດ, ສ. ເກົາຫຼີ
ⓒ ຄິດສະຕະຈັກຂອງພະເຈົ້າ ສະມາຄົມເຜີຍແຜ່ຂ່າວປະເສີດທົ່ວໂລກ ສະຫງວນລິຂະສິດ. ນະໂຍບາຍສ່ວນບຸກຄົນ