ນະຮົກເປັນສະຖານທີ່ທີ່ໜ້າຢ້ານກົວຫຼາຍ ເຊິ່ງຍາກທີ່ຈະໄດ້ຮັບແມ່ນແຕ່ນໍ້າຢອດໜຶ່ງ ໃນຂະນະທີ່ທົນທຸກທໍລະມານຢູ່ໃນແປວໄຟ. (ລູກາ 16:24)
ພະເຢຊູໄດ້ຊົງກ່າວວ່າ ຖ້າມື, ຕີນ ຫຼື ຕາຂອງພວກເຮົາເປັນຕົ້ນເຫດພາໃຫ້ພວກເຮົາເຮັດບາບ, ຕັດມັນອອກ ຫຼື ຄວັດມັນອອກ ກໍດີກວ່າຕ້ອງຕົກນະຮົກ.” (ມາລາໂກ 9:43)
ນັ້ນກໍຍ້ອນວ່າ ຄວາມເຈັບປວດຂອງການຕັດອະໄວຍະວະສ່ວນໃດໜຶ່ງຂອງຮ່າງກາຍນັ້ນ ບໍ່ສາມາດທຽບໄດ້ກັບຄວາມທຸກທໍລະມານໃນນະຮົກ.
“ໃນບ່ອນນັ້ນ ໂຕໜອນບໍ່ຮູ້ຈັກຕາຍເຈາະກິນຄົນ ແລະ ໄຟບໍ່ຮູ້ຈັກມອດກໍເຜົາໄໝ້ຄົນ”. ມາລະໂກ 9:48
“ດ້ວຍວ່າ ທຸກຄົນຈະຕ້ອງຖືກເອືອບດ້ວຍເກືອ ດັ່ງເຄື່ອງບູຊາຖືກຊຳຮະດ້ວຍໄຟ”. ມາລະໂກ 9:49
ເຖິງແມ່ນວ່າ ການລົງໂທດໃນນະຮົກຈະເຈັບປວດຢ່າງແສນສາຫັດ, ແຕ່ພວກເຮົາກໍບໍ່ສາມາດຕາຍເອງໄດ້.
ໃນນະຮົກ, ບໍ່ມີຊ່ວງເວລາແຫ່ງຄວາມສຸກຂອງຊີວິດ, ບໍ່ມີເວລາພັກຜ່ອນ ແລະ ບໍ່ມີຄວາມຫວັງແຫ່ງຄວາມພົ້ນເລີຍ, ມີພຽງແຕ່ຄວາມເຈັບປວດ, ຄວາມກິນແໜງໃຈ ແລະ ຄວາມໂສກເສົ້າອັນໃຫຍ່ຫຼວງ.
ເປັນຫຍັງພວກເຮົາຈຶ່ງຕ້ອງໄປນະຮົກ ຖ້າພວກເຮົາບໍ່ກັບໃຈໃໝ່ ຫຼັງຈາກທີ່ໄດ້ຍິນຂ່າວປະເສີດ?
ກ່ອນທີ່ພວກເຮົາຈະເກີດມາໃນໂລກນີ້, ພວກເຮົາເຄີຍເປັນທູດສະຫວັນໃນສະຫວັນ. (ໂຢບ 38:4) ແຕ່ພວກເຮົາໄດ້ເຮັດບາບຢູ່ໃນສະຫວັນ ແລະ ຖືກຕັດສິນໃຫ້ໄປນະຮົກ. ສະນັ້ນ, ພວກເຮົາຈຶ່ງໄດ້ເກີດມາໃນໂລກນີ້ ເຊິ່ງເປັນຄຸກຝ່າຍຈິດວິນຍານ ແລະ ອາໄສຢູ່ທີ່ນີ້ຊົ່ວຄາວ. (ເອເສກຽນ 28:13) ຖ້າຫາກວ່າ ບໍ່ຊອກຫາຫົນທາງທີ່ຈະຫຼີກໜີຈາກການລົງໂທດໃນນະຮົກ ເມື່ອຢູ່ໃນໂລກນີ້, ພວກເຮົາກໍຈະຖືກຕັດສິນໃຫ້ຕົກນະຮົກ.
“ເຮົາຊ່າງເປັນຄົນທຸກເຂັນໃຈແທ້ໜໍ! ໃຜເດ ຈະຊ່ວຍເຮົາໃຫ້ພົ້ນຈາກຮ່າງກາຍທີ່ຕາຍເປັນນີ້ໄດ້.” ໂລມ 7:24
ພະເຈົ້າໄດ້ຊົງສົງສານມະນຸດຊາດ ທີ່ຖືກກໍານົດໃຫ້ຮັບການລົງໂທດໃນນະຮົກ ແລະ ພະອົງເອງໄດ້ຊົງສະເດັດມາສູ່ໂລກນີ້ ເພື່ອສະແດງວິທີທີ່ຈະຫຼີກໜີ ຈາກການລົງໂທດໃນນະຮົກ.
“ເຮົາໄດ້ມາເພື່ອເອີ້ນ. . . ຄົນນອກສັງຄົມ (ຄົນບາບ) ໃຫ້ກັບໃຈໃໝ່.” ລູກາ 5:32
ເພື່ອທີ່ຈະໃຫ້ອະໄພບາບຂອງພວກເຮົາ ເຊິ່ງນຳໄປສູ່ຄວາມຕາຍ ແລະ ເພື່ອຊ່ວຍໃຫ້ພົ້ນຈາກການລົງໂທດໃນນະຮົກ, ພະເຈົ້າໄດ້ຊົງປະທານເນື້ອກາຍ ແລະ ເລືອດຂອງພະອົງເປັນຄ່າໄຖ່ສໍາລັບມະນຸດ ຜູ້ເປັນຄົນບາບ.
“‘ຈົ່ງຮັບເອົາກິນເຖີດ; ເຂົ້າຈີ່ປັດສະຄາ ແມ່ນກາຍຂອງເຮົາ.’” ມັດທາຍ 26:26
“‘ເຫຼົ້າອະງຸ່ນປັດສະຄາ ແມ່ນເລືອດຂອງເຮົາ ເຊິ່ງຫຼັ່ງໄຫຼອອກສໍາລັບຄົນເປັນອັນມາກ ເພື່ອການບາບຈະໄດ້ຮັບອະໄພ. ພະເຈົ້າປະທັບຕາຄໍາໝັ້ນສັນຍາຂອງພະອົງດ້ວຍເລືອດນີ້.’” ມັດທາຍ 26:28
ເມື່ອພວກເຮົາປະຕິບັດຕາມປັດສະຄາແຫ່ງຄໍາໝັ້ນສັນຍາໃໝ່, ພວກເຮົາຈະໄດ້ຮັບພະພອນແຫ່ງການອະໄພບາບ ແລະ ໄດ້ຮັບຄວາມພົ້ນ ຈາກການລົງໂທດໃນນະຮົກ. ແລະ ພວກເຮົາຍັງໄດ້ຮັບຊີວິດນິລັນດອນ ແລະ ກັບຄືນສູ່ສະຫວັນດ້ວຍ.
“‘ຜູ້ທີ່ກິນເນື້ອກາຍຂອງເຮົາ ແລະ ດື່ມເລືອດຂອງເຮົາ ກໍມີຊີວິດອັນຕະຫຼອດໄປເປັນນິດ ແລະ ເຮົາຈະໃຫ້ເຂົາເປັນຄືນມາສູ່ຊີວິດໃນມື້ສຸດທ້າຍ.’” ໂຢຮັນ 6:54
ແຕ່ຖ້າພວກເຮົາປະຕິເສດຂໍ້ຄວາມທີ່ວ່າ “ຈົ່ງຮັບອະໄພການບາບ ແລະ ຊີວິດນິລັນດອນ ໂດຍຜ່ານປັດສະຄາ”, ບາບທີ່ພວກເຮົາໄດ້ເຮັດຢູ່ໃນສະຫວັນ ກໍບໍ່ສາມາດຮັບອະໄພໄດ້ ແລະ ພວກເຮົາຈະໄດ້ຮັບການລົງໂທດໃນນະຮົກ ຕາມທີ່ໄດ້ກໍານົດໄວ້.
“‘ດົນນານແລ້ວ ທີ່ເຮົາປາຖະໜາຢ່າງແຮງກ້າ ທີ່ຈະກິນອາຫານປັດສະຄານີ້ກັບພວກທ່ານ ກ່ອນເຮົາຈະທົນທຸກທໍລະມານ.’” ລູກາ 22:15
ກະລຸນາປະຕິບັດຕາມປັດສະຄາແຫ່ງຄໍາໝັ້ນສັນຍາໃໝ່ ທີ່ເປັນເຄື່ອງໝາຍແຫ່ງການອະໄພບາບຂອງພະເຈົ້າ ແລະ ກັບຄືນສູ່ສະຫວັນ!
119 ບຸນດັງ ຕູ້ໄປສະນີ, ບຸນດັງ-ກູ, ຊອງນຳ-ຊີ, ກີຢັອງກີ-ໂດ, ສ. ເກົາຫຼີ
ໂທ 031-738-5999 ແຟັກ 031-738-5998
ສໍານັກງານໃຫຍ່: 50 ຊອງແນ, ບຸນດັງ-ກູ, ຊອງນຳ-ຊີ, ກີຢັອງກີ-ໂດ, ສ. ເກົາຫຼີ
ຄິດສະຕະຈັກແມ່: 35 ພັນກີໂຢ, ບຸນດັງ-ກູ, ຊອງນຳ-ຊີ, ກີຢັອງກີ-ໂດ, ສ. ເກົາຫຼີ
ⓒ ຄິດສະຕະຈັກຂອງພະເຈົ້າ ສະມາຄົມເຜີຍແຜ່ຂ່າວປະເສີດທົ່ວໂລກ ສະຫງວນລິຂະສິດ. ນະໂຍບາຍສ່ວນບຸກຄົນ