ພະເຈົ້າໄດ້ຊົງກໍານົດມື້ນະມັດສະການ ສໍາລັບປະຊາຊົນຂອງພະອົງ. “ຈົ່ງຖືມື້ພະ ແລະ ຍຶດຖືໄວ້ເປັນມື້ສັກສິດ.” ມື້ພະແມ່ນເຄື່ອງໝາຍລະຫວ່າງພະເຈົ້າ ແລະ ປະຊາຊົນຂອງພະອົງ. ເປັນມື້ທີ່ພະເຈົ້າເຮັດໃຫ້ປະຊາຊົນຂອງພະອົງບໍລິສຸດ. (ອສກ 20:12)
ສະນັ້ນ, ປະຊາຊົນຂອງພະເຈົ້າຄວນປະຕິບັດຕາມມື້ພະ ເຊິ່ງພະເຈົ້າໄດ້ຊົງກໍານົດເປັນມື້ນະມັດສະການ. ມື້ພະເປັນມື້ທີ່ພະເຈົ້າໄດ້ຊົງນິລະມິດສ້າງຈັກກະວານທັງໝົດ ເປັນເວລາຫົກມື້ ແລະ ຢຸດພັກຜ່ອນໃນມື້ທີເຈັດ. (ປຖກ 2:3)
ມື້ພະມື້ທີເຈັດເປັນມື້ທີ່ລະນຶກເຖິງລິດອໍານາດແຫ່ງການນິລະມິດສ້າງຂອງພະເຈົ້າ. ແລ້ວມື້ທີເຈັດ ແມ່ນວັນຫຍັງຂອງອາທິດ?
ວັນອາທິດ: ມື້ທໍາອິດຂອງອາທິດ
ວັນເສົາ: ມື້ທີເຈັດຂອງອາທິດ
ວັດຈະນານຸກົມໄດ້ບັນທຶກວ່າ ມື້ທີເຈັດແມ່ນວັນອາທິດ.
ເມື່ອພວກເຮົາເບິ່ງປະຕິທິນ, ມື້ພະມື້ທີເຈັດ ແມ່ນວັນເສົາ.
ພະຄໍາພີໄດ້ກ່າວວ່າ ພະເຢຊູຊົງເປັນຄືນມາຈາກຕາຍໃນຮຸ່ງເຊົ້າຂອງວັນອາທິດ. (ມກ 16:9)
ສະນັ້ນ, ມື້ພະແມ່ນວັນຫຍັງຂອງອາທິດ? ມື້ພະ ແມ່ນວັນເສົາ.
“ພະຄໍາພີໄດ້ບັງຄັບໃຊ້ການປະຕິບັດຕາມທາງສາສະໜາໃນວັນເສົາ ເຊິ່ງເປັນມື້ທີ່ພວກເຮົາບໍ່ເຄີຍເຮັດໃຫ້ບໍລິສຸດ”.
“ຄໍາວ່າ ມື້ພະ ໝາຍເຖິງການພັກຜ່ອນ ແລະ ເປັນວັນເສົາ ຄືມື້ທີເຈັດຂອງອາທິດ”. ພະເຢຊູກໍໄດ້ນະມັດສະການໃນມື້ພະ (ວັນເສົາ) ເຊັ່ນດຽວກັນ.
“ແລ້ວພະເຢຊູ... ໃນມື້ພະ (ວັນເສົາ) ພະອົງໄດ້ໄປຍັງສາລາທໍາຕາມທໍານຽມ.” ລກ 4:16
ຫຼັງຈາກທີ່ພະເຢຊູ ສະເດັດຂຶ້ນສູ່ສະຫວັນແລ້ວ, ອັກຄະທູດໂປໂລ ກໍຍັງນະມັດສະການໃນມື້ພະ (ວັນເສົາ).
“ໂປນໄດ້ເຂົ້າໄປໃນສາລາທໍາ ຕາມທີ່ເຄີຍປະຕິບັດມາ. ໃນທີ່ນັ້ນເພິ່ນໄດ້ຍົກເອົາຂໍ້ຄວາມໃນພະຄໍາພີ ຂຶ້ນໂຕ້ຕອບກັບປະຊາຊົນເປັນເວລາສາມມື້ພະ...” ກຈ 17:2
ເຊັ່ນດຽວກັບພະເຢຊູ ແລະ ບັນດາສາວົກຂອງພະອົງໄດ້ປະຕິບັດຕາມມື້ພະ (ວັນເສົາ), ປະຊາຊົນຂອງພະເຈົ້າກໍຄວນປະຕິບັດຕາມມື້ພະ (ວັນເສົາ) ເຊິ່ງພະເຈົ້າໄດ້ຊົງກໍານົດ. ຄິດສະຕະຈັກຂອງພະເຈົ້າ ສະມາຄົມເຜີຍແຜ່ຂ່າວປະເສີດທົ່ວໂລກ ໄດ້ປະຕິບັດຕາມມື້ພະ ມື້ທີເຈັດ ທີ່ພະເຈົ້າໄດ້ຊົງກໍານົດ.
119 ບຸນດັງ ຕູ້ໄປສະນີ, ບຸນດັງ-ກູ, ຊອງນຳ-ຊີ, ກີຢັອງກີ-ໂດ, ສ. ເກົາຫຼີ
ໂທ 031-738-5999 ແຟັກ 031-738-5998
ສໍານັກງານໃຫຍ່: 50 ຊອງແນ, ບຸນດັງ-ກູ, ຊອງນຳ-ຊີ, ກີຢັອງກີ-ໂດ, ສ. ເກົາຫຼີ
ຄິດສະຕະຈັກແມ່: 35 ພັນກີໂຢ, ບຸນດັງ-ກູ, ຊອງນຳ-ຊີ, ກີຢັອງກີ-ໂດ, ສ. ເກົາຫຼີ
ⓒ ຄິດສະຕະຈັກຂອງພະເຈົ້າ ສະມາຄົມເຜີຍແຜ່ຂ່າວປະເສີດທົ່ວໂລກ ສະຫງວນລິຂະສິດ. ນະໂຍບາຍສ່ວນບຸກຄົນ