ທຸກໆຄົນໃນໂລກນີ້ແມ່ນນັກໂທດປະຫານຊີວິດຝ່າຍຈິດວິນຍານ ຜູ້ທີ່ບໍ່ຮູ້ວ່າຈະມີຫຍັງເກີດຂຶ້ນກັບພວກເຂົາໃນມື້ອື່ນ. ສະນັ້ນ, ບັບຕິດສະມາເພື່ອການອະໄພບາບຕ້ອງຖືກດໍາເນີນການຢ່າງຮີບດ່ວນ ເໝືອນດັ່ງທ່ານໝໍບໍ່ຄວນພຽງແຕ່ສັງເກດເບິ່ງຄົນເຈັບສຸກເສີນເປັນເດືອນ ແຕ່ຕ້ອງປິ່ນປົວໂດຍທັນທີ.
ບັນດາຜູ້ເຊື່ອຖືໃນຄິດສະຕະຈັກຕອນຕົ້ນໄດ້ໃຫ້ຮັບບັບຕິດສະມາແກ່ຜູ້ຄົນຢູ່ແຄມທາງ, ໃນຕອນກາງຄືນ ແລະ ແມ່ນແຕ່ໃນມື້ພະ ເມື່ອໄດ້ພົບຜູ້ທີ່ຕ້ອງການຮັບຄວາມພົ້ນ ໂດຍບໍ່ຈໍາກັດເວລາ ແລະ ສະຖານທີ່. (ກິດຈະການ 8:26-39, 10:44-48, 16:13-14, 16:29-34)
ພິທີບັບຕິດສະມາໄດ້ບັນຈຸຄວາມຮັກອັນຍິ່ງໃຫຍ່ຂອງພະເຈົ້າ ຜູ້ຊົງຖືກຄຶງທີ່ໄມ້ກາງແຂນແທນມະນຸດຜູ້ທີ່ໄດ້ເຮັດບາບທີ່ຕ້ອງຕາຍ. ດັ່ງນັ້ນ, ເມື່ອພວກເຮົາເຊື່ອໃນພະຜູ້ຊ່ວຍໃຫ້ພົ້ນ ຜູ້ຊົງສະເດັດມາໃນພະນາມໃໝ່ໃນສະໄໝພະວິນຍານບໍລິສຸດ ເຊິ່ງກໍຄື ພະອັນຊັງໂຮງ ແລະ ຮັບບັບຕິດສະມາໃນພະນາມຂອງພະອົງ, ພວກເຮົາຈຶ່ງຈະໄດ້ຮັບຄວາມພົ້ນ.
119 ບຸນດັງ ຕູ້ໄປສະນີ, ບຸນດັງ-ກູ, ຊອງນຳ-ຊີ, ກີຢັອງກີ-ໂດ, ສ. ເກົາຫຼີ
ໂທ 031-738-5999 ແຟັກ 031-738-5998
ສໍານັກງານໃຫຍ່: 50 ຊອງແນ, ບຸນດັງ-ກູ, ຊອງນຳ-ຊີ, ກີຢັອງກີ-ໂດ, ສ. ເກົາຫຼີ
ຄິດສະຕະຈັກແມ່: 35 ພັນກີໂຢ, ບຸນດັງ-ກູ, ຊອງນຳ-ຊີ, ກີຢັອງກີ-ໂດ, ສ. ເກົາຫຼີ
ⓒ ຄິດສະຕະຈັກຂອງພະເຈົ້າ ສະມາຄົມເຜີຍແຜ່ຂ່າວປະເສີດທົ່ວໂລກ ສະຫງວນລິຂະສິດ. ນະໂຍບາຍສ່ວນບຸກຄົນ