ຜູ້ຄົນທັງປວງໃນໂລກໄດ້ຖືກຂັບໄລ່ລົງມາຈາກສະຫວັນ ຍ້ອນໄດ້ເຮັດບາບອັນຮ້າຍແຮງທີ່ນໍາໄປສູ່ຄວາມຕາຍ. ສະນັ້ນ, ພວກເຮົາຕ້ອງລະນຶກຢູ່ສະເໝີວ່າ ພວກເຮົາເປັນຄົນບາບ, ຕ້ອງລະເວັ້ນຈາກຄວາມມັກໃຫຍ່ໃຝ່ສູງ, ບໍ່ປະພຶດຕາມຢ່າງໂລກທີ່ຊົ່ວຮ້າຍນີ້ ແລະ ດໍາເນີນຊີວິດແຫ່ງການກັບໃຈປ່ຽນໃໝ່ ເພື່ອທີ່ຈະໄດ້ຮັບຄວາມພົ້ນໃນການພິພາກສາ ທີ່ຈະມາເຖິງຫຼັງຈາກຄວາມຕາຍຝ່າຍກາຍຂອງພວກເຮົາ.
ບັນດາຜູ້ທີ່ໄດ້ກັບໃຈປ່ຽນໃໝ່ຢ່າງສົມບູນ ກໍຈະອຸທິດຈິດໃຈຂອງຕົນ ເພື່ອນໍາພາຄົນອື່ນໄປສູ່ການກັບໃຈປ່ຽນໃໝ່ເຊັ່ນກັນ. ດັ່ງທີ່ແມ່ທີ່ແທ້ຈິງ ແລະ ແມ່ປອມໄດ້ຖືກເປີດເຜີຍຜ່ານການກະທໍາຂອງພວກເຂົາ ໃນການພິພາກສາຂອງກະສັດໂຊໂລໂມນ, ບັນດາຜູ້ທີ່ໄດ້ບັນລຸເຖິງການກັບໃຈປ່ຽນໃໝ່ ທີ່ນໍາໄປສູ່ຄວາມພົ້ນ ກໍຈະເປີດເຜີຍຈິດໃຈຂອງພວກເຂົາ ຜ່ານການກະທໍາຂອງພວກເຂົາເຊັ່ນກັນ.
“ເຮົາບໍ່ໄດ້ມາເພື່ອເອີ້ນເອົາຄົນໜ້ານັບຖື; ແຕ່ມາເອີ້ນເອົາຄົນນອກສັງຄົມໃຫ້ກັບໃຈໃໝ່.” ລູກາ 5:32
“ບໍ່ດອກ! ເຮົາບອກທ່ານທັງຫຼາຍວ່າ ຖ້າພວກທ່ານບໍ່ກັບໃຈເຊົາເຮັດບາບ ພວກທ່ານທັງໝົດກໍຈະຕາຍດັ່ງຄົນເຫຼົ່ານັ້ນ.” [ລູກາ 13:5]
119 ບຸນດັງ ຕູ້ໄປສະນີ, ບຸນດັງ-ກູ, ຊອງນຳ-ຊີ, ກີຢັອງກີ-ໂດ, ສ. ເກົາຫຼີ
ໂທ 031-738-5999 ແຟັກ 031-738-5998
ສໍານັກງານໃຫຍ່: 50 ຊອງແນ, ບຸນດັງ-ກູ, ຊອງນຳ-ຊີ, ກີຢັອງກີ-ໂດ, ສ. ເກົາຫຼີ
ຄິດສະຕະຈັກແມ່: 35 ພັນກີໂຢ, ບຸນດັງ-ກູ, ຊອງນຳ-ຊີ, ກີຢັອງກີ-ໂດ, ສ. ເກົາຫຼີ
ⓒ ຄິດສະຕະຈັກຂອງພະເຈົ້າ ສະມາຄົມເຜີຍແຜ່ຂ່າວປະເສີດທົ່ວໂລກ ສະຫງວນລິຂະສິດ. ນະໂຍບາຍສ່ວນບຸກຄົນ