ໃນສະໄໝຂອງຄິດສະຕະຈັກຕອນຕົ້ນ ເມື່ອພະເຈົ້າທີ່ຊາວຢິວທຸກຄົນເຊື່ອ
ແລະ ນະມັດສະການ ໄດ້ຊົງສະເດັດມາໃນສະພາບເນື້ອໜັງ ດ້ວຍພະນາມວ່າ ເຢຊູ,
ພວກເຂົາບໍ່ໄດ້ຮູ້ຈັກພະອົງ ແລະ ໄດ້ຄຶງພະອົງທີ່ເທິງໄມ້ກາງແຂນ. ເຊັ່ນດຽວກັນ,
ໃນປັດຈຸບັນນີ້ ຜູ້ນັບຖືສາສະໜາຢ່າງຫຼວງຫຼາຍບໍ່ຮູ້ຈັກວ່າ ພະຄິດ ພະອັນຊັງໂຮງ
ຊົງເປັນພະເຈົ້າ ທີ່ໄດ້ຊົງສະເດັດມາອີກຄັ້ງ ເພື່ອຄວາມພົ້ນຂອງມະນຸດຊາດ.
ພວກເຂົາຈຶ່ງໄດ້ປະຕິເສດພະອົງ, ຖືກພັດພາອອກຈາກທາງແຫ່ງຄວາມພົ້ນ.
ພະຄິດ ພະອັນຊັງໂຮງ ຜູ້ຊົງສະເດັດມາເທື່ອທີສອງ ໄດ້ຊົງສ້າງຈັກກະວານ,
ປະທານຊີວິດໃຫ້ແກ່ມະນຸດຊາດ ແລະ ໄດ້ສັ່ງສອນກ່ຽວກັບອານາຈັກສະຫວັນ
ທີ່ນິລັນໃຫ້ແກ່ພວກເຮົາ. ພະອົງຊົງເປັນພະເຈົ້າ ທີ່ໄດ້ຊົງມາປະກົດ
ຈາກປະເທດເກົາຫຼີໃຕ້ ເຊິ່ງເປັນດິນແດນຫ່າງໄກທາງທິດຕາເວັນອອກ
ດັ່ງທີ່ໄດ້ທໍານວາຍໄວ້ໃນ ພະນິມິດ 7. ພະອົງໄດ້ຊົງດໍາເນີນວຽກງານແຫ່ງຄວາມພົ້ນ
ໃນຄິດສະຕະຈັກຂອງພະເຈົ້າ ໂດຍຜ່ານປັດສະຄາແຫ່ງຄໍາໝັ້ນສັນຍາໃໝ່
(ຕາປະທັບຂອງພະເຈົ້າ).
ຕໍ່ມາພະເຢຊູໄດ້ໄປຍັງໝູ່ບ້ານໃກ້ຂົງເຂດກາຍຊະເລຍແຫ່ງຟີລິບປີ. ໃນທີ່ນີ້
ພະອົງຖາມພວກສາວົກຂອງພະອົງວ່າ... “ແລ້ວພວກທ່ານເດວ່າເຮົາແມ່ນໃຜ?”
ຊີໂມນເປໂຕຕອບວ່າ “ທ່ານເປັນພະເມຊີອາ ພະບຸດຂອງພະເຈົ້າອົງຊົງຊີວິດຢູ່.”
ມັດທາຍ 16:13-16
119 ບຸນດັງ ຕູ້ໄປສະນີ, ບຸນດັງ-ກູ, ຊອງນຳ-ຊີ, ກີຢັອງກີ-ໂດ, ສ. ເກົາຫຼີ
ໂທ 031-738-5999 ແຟັກ 031-738-5998
ສໍານັກງານໃຫຍ່: 50 ຊອງແນ, ບຸນດັງ-ກູ, ຊອງນຳ-ຊີ, ກີຢັອງກີ-ໂດ, ສ. ເກົາຫຼີ
ຄິດສະຕະຈັກແມ່: 35 ພັນກີໂຢ, ບຸນດັງ-ກູ, ຊອງນຳ-ຊີ, ກີຢັອງກີ-ໂດ, ສ. ເກົາຫຼີ
ⓒ ຄິດສະຕະຈັກຂອງພະເຈົ້າ ສະມາຄົມເຜີຍແຜ່ຂ່າວປະເສີດທົ່ວໂລກ ສະຫງວນລິຂະສິດ. ນະໂຍບາຍສ່ວນບຸກຄົນ