ເຫດຜົນທີ່ພະເຈົ້າໄດ້ຊົງສ້າງທຸກສັບພະສິ່ງທີ່ມີຊີວິດຢູ່ເທິງໂລກນີ້ ໃຫ້ຮັບຊີວິດໂດຍຜ່ານແມ່ນັ້ນ ກໍເພື່ອບອກໃຫ້ພວກເຮົາຮູ້ວ່າ ຊີວິດອັນຕະຫຼອດໄປຈະຖືກມອບໃຫ້ ໂດຍຜ່ານພະມານດາຝ່າຍຈິດວິນຍານເທົ່ານັ້ນ.
ເຫດຜົນທີ່ພະເຈົ້າຊົງບອກໃຫ້ພວກເຮົາເອີ້ນພະອົງວ່າ “ພະບິດາ” ແລະ ພວກເຮົາໄດ້ຖືກເອີ້ນວ່າ ບັນດາລູກຊາຍ ແລະ ລູກສາວຂອງພະອົງ ແມ່ນການເປີດເຜີຍ ພະເຈົ້າພະມານດາ ໂດຍຜ່ານຊື່ເອີ້ນຂອງສະມາຊິກໃນຄອບຄົວ.
ຜູ້ຄົນຄິດວ່າ ການວາງແຜນເພື່ອການກະສຽນ ໃນຂະນະທີ່ດຳເນີນຊີວິດທີ່ສັ້ນໆໃນໂລກນີ້ເປັນສິ່ງທີ່ສຳຄັນ, ແຕ່ໃນຄວາມເປັນຈິງແລ້ວ, ການວາງແຜນ ແລະ ການກຽມພ້ອມສຳລັບໂລກຂອງທູດສະຫວັນ ບ່ອນທີ່ພວກເຮົາຈະດໍາເນີນຊີວິດນິລັນນັ້ນ ແມ່ນສຳຄັນຫຼາຍກວ່າ.
ບັນດາຜູ້ທີ່ຫວັງໃນອານາຈັກສະຫວັນຢ່າງແທ້ຈິງ ໄດ້ຍອມຮັບພະບິດາອັນຊັງໂຮງ ແລະ ພະເຈົ້າພະມານດາ ຜູ້ຊົງສະເດັດມາໃນຖານະພະຜູ້ຊ່ວຍໃຫ້ພົ້ນ ໃນສະໄໝພະວິນຍານບໍລິສຸດ. ພວກເຂົາຍັງຖືຮັກສາມື້ພະ ແລະ ປັດສະຄາແຫ່ງຄໍາໝັ້ນສັນຍາໃໝ່ ໃນຖານະສະມາຊິກຄອບຄົວແຫ່ງສະຫວັນດ້ວຍ.
“ຂ້າແດ່ພະຜູ້ເປັນເຈົ້າ ພະເຈົ້າຂອງຂ້າພະອົງທັງຫຼາຍ! ພະອົງເປັນຜູ້ສົມຄວນທີ່ຈະໄດ້ຮັບຄໍາສັນລະເສີນ, ກຽດສັກສີ, ແລະ ລິດອໍານາດ. ດ້ວຍວ່າພະອົງໄດ້ສ້າງສັບພະສິ່ງ ໂດຍພະປະສົງ ສັບພະສິ່ງເຫຼົ່ານີ້ກໍດໍາລົງຄົງຕົວ ແລະ ມີຊີວິດຢູ່.”
[ພະນິມິດ 4:11]
119 ບຸນດັງ ຕູ້ໄປສະນີ, ບຸນດັງ-ກູ, ຊອງນຳ-ຊີ, ກີຢັອງກີ-ໂດ, ສ. ເກົາຫຼີ
ໂທ 031-738-5999 ແຟັກ 031-738-5998
ສໍານັກງານໃຫຍ່: 50 ຊອງແນ, ບຸນດັງ-ກູ, ຊອງນຳ-ຊີ, ກີຢັອງກີ-ໂດ, ສ. ເກົາຫຼີ
ຄິດສະຕະຈັກແມ່: 35 ພັນກີໂຢ, ບຸນດັງ-ກູ, ຊອງນຳ-ຊີ, ກີຢັອງກີ-ໂດ, ສ. ເກົາຫຼີ
ⓒ ຄິດສະຕະຈັກຂອງພະເຈົ້າ ສະມາຄົມເຜີຍແຜ່ຂ່າວປະເສີດທົ່ວໂລກ ສະຫງວນລິຂະສິດ. ນະໂຍບາຍສ່ວນບຸກຄົນ