ພະເຈົ້າໄດ້ຊົງເອີ້ນໂມເຊໃຫ້ຂຶ້ນໄປທີ່ເທິງພູຊີນາຍ ໃນມື້ທີ 40 ຫຼັງຈາກຂ້າມທະເລແດງ.
ໃນທີ່ສຸດ, ວຽກງານຂອງໂມເຊໄດ້ບອກລ່ວງໜ້າວ່າ ພະຄິດຈະສະເດັດຂຶ້ນສູ່ສະຫວັນ
ໃນມື້ທີ 40 ຫຼັງຈາກທີ່ພະອົງໄດ້ເປັນຄືນມາຈາກຕາຍ. ສິ່ງນີ້ໄດ້ກາຍເປັນຕົ້ນກຳເນີດຂອງ ວັນສະເດັດຂຶ້ນສູ່ສະຫວັນ ໃນປະຈຸບັນນີ້.
ພະຄິດ ອັນຊັງໂຮງ ແລະ ພະເຈົ້າພະມານດາ ໄດ້ຊົງສັ່ງສອນຜ່ານພະຄຳພີຢູ່ສະເໝີວ່າ
ຜູ້ທີ່ປະຕິບັດຕາມເທດສະການຕ່າງໆ ແລະ ກົດໝາຍແຫ່ງສະຫວັນ ແມ່ນຜູ້ທີ່ມີສິດທິ
ພົນລະເມືອງແຫ່ງສະຫວັນ.
ພະເຢຊູເອງໄດ້ຊົງສະແດງໃຫ້ພວກເຮົາເຫັນວ່າ ຜູ້ທີ່ມີສິດທິພົນລະເມືອງແຫ່ງສະຫວັນ
ຈະໄດ້ຮັບການປ່ຽນແປງ ແລະ ສວມຮ່າງກາຍອັນສະຫງ່າລາສີໃນທັນທີ; ພະອົງໄດ້ຊົງ
ວາງແບບຢ່າງ ເມື່ອພະອົງສະເດັດຂຶ້ນສູ່ສະຫວັນຈາກພູໝາກກອກເທດ.
ແຕ່ບ້ານເມືອງຂອງພວກເຮົາຢູ່ໃນສະຫວັນ ແລະ ພວກເຮົາກໍຄອງຄອຍຖ້າດ້ວຍໃຈຮ້ອນຮົນ
ພະຜູ້ໂຜດຊ່ວຍໃຫ້ພົ້ນຂອງພວກເຮົາ ພະເຢຊູຄິດເຈົ້າມາຈາກສະຫວັນ. ພະອົງຈະປ່ຽນແປງ
ຮ່າງກາຍອັນອ່ອນແອ ແລະ ຕ້ອຍຕໍ່າຂອງພວກເຮົາ ໃຫ້ເປັນດັ່ງຮ່າງກາຍອັນສະຫງ່າລາສີ
ຂອງພະອົງ ໂດຍໃຊ້ລິດອໍານາດທີ່ສາມາດປາບສັບພະສິ່ງໃຫ້ລົງໃຕ້ການປົກຄອງຂອງພະອົງ.
[ຟີລິບປີ 3:20-21]
119 ບຸນດັງ ຕູ້ໄປສະນີ, ບຸນດັງ-ກູ, ຊອງນຳ-ຊີ, ກີຢັອງກີ-ໂດ, ສ. ເກົາຫຼີ
ໂທ 031-738-5999 ແຟັກ 031-738-5998
ສໍານັກງານໃຫຍ່: 50 ຊອງແນ, ບຸນດັງ-ກູ, ຊອງນຳ-ຊີ, ກີຢັອງກີ-ໂດ, ສ. ເກົາຫຼີ
ຄິດສະຕະຈັກແມ່: 35 ພັນກີໂຢ, ບຸນດັງ-ກູ, ຊອງນຳ-ຊີ, ກີຢັອງກີ-ໂດ, ສ. ເກົາຫຼີ
ⓒ ຄິດສະຕະຈັກຂອງພະເຈົ້າ ສະມາຄົມເຜີຍແຜ່ຂ່າວປະເສີດທົ່ວໂລກ ສະຫງວນລິຂະສິດ. ນະໂຍບາຍສ່ວນບຸກຄົນ