ເມື່ອພວກເຮົາດໍາລົງຊີວິດທີ່ເຊື່ອຟັງພະບັນຍັດຂອງພະເຈົ້າ, ພະພອນອັນລົ້ນເຫຼືອກໍຈະລໍຖ້າພວກເຮົາຢູ່ສະເໝີ. ດ້ວຍເຫດຜົນນີ້, ພາຍໃນເທດສະການຕ່າງໆທີ່ພະເຈົ້າໄດ້ຕັ້ງຂຶ້ນ ຕັ້ງແຕ່ສະໄໝພະບິດາເຊັ່ນ: ມື້ພະ ແລະ ເທດສະການປັດສະຄາ ຈຶ່ງມີຄໍາສັ່ງສອນຢູ່ສະເໝີວ່າ “ຢ່າລືມໄລ, ແຕ່ຈົ່ງຈົດຈໍາ ແລະ ປະຕິບັດຕາມເທດສະການເຫຼົ່ານີ້ໄວ້ຕະຫຼອດໄປ”.
ພະຄໍາພີກ່າວວ່າ ຜູ້ທີ່ປະຕິບັດຕາມພະບັນຍັດຂອງພະເຈົ້າໃນທຸກຍຸກທຸກສະໄໝຈະໄດ້ຮັບພະພອນໃນຖານະຄົນຊອບທໍາ ແລະ ຜູ້ທີ່ລະເມີດພະບັນຍັດຂອງພະເຈົ້າ ຈະຖືກຕັດສິນລົງໂທດຍ້ອນການກະບົດ. ເຫດຜົນທີ່ຊາວອິດສະລາເອນຖືກຈັບໄປເປັນຊະເລີຍໃນບາບີໂລນ ແມ່ນຜົນມາຈາກການບໍ່ປະຕິບັດຕາມພະບັນຍັດຂອງພະເຈົ້າ.
ໂອ ພະຜູ້ເປັນເຈົ້າອົງເປັນພະເຈົ້າເອີຍ ເມື່ອພະອົງບອກໃຫ້ພວກຂ້າພະອົງ ເຮັດຕາມກົດລະບຽບຕ່າງໆ ທີ່ພະອົງໄດ້ມອບໃຫ້ຜ່ານທາງຜູ້ປະກາດພະຄໍາ ຜູ້ຮັບໃຊ້ຂອງພະອົງນັ້ນ ພວກຂ້າພະອົງບໍ່ໄດ້ຍອມຟັງພະອົງ. ຊາວອິດສະລາເອນທັງໝົດໄດ້ເຮັດຜິດຕໍ່ກົດລະບຽບຕ່າງໆຂອງພະອົງ ແລະ ບໍ່ຍອມຟັງສິ່ງທີ່ພະອົງໄດ້ບອກ. ພວກຂ້າພະອົງໄດ້ເຮັດບາບຕໍ່ສູ້ພະອົງ; ສະນັ້ນແຫຼະ ພວກຂ້າພະອົງຈຶ່ງຖືກນໍາມາສູ່ການສາບແຊ່ງ ຕາມທີ່ໄດ້ມີຂຽນໄວ້ໃນບັນຍັດຂອງໂມເຊຜູ້ຮັບໃຊ້ຂອງພະອົງ. [ດານີເອນ 9:10-11]
ຄົນເຊັ່ນນີ້ເຊື່ອຟັງຂໍ້ຄໍາສັ່ງຂອງເຮົາ ແລະ ຍຶດຖືບັນດາຂໍ້ບັນຍັດຂອງເຮົາຢ່າງເອົາໃຈໃສ່. ລາວເປັນຄົນຊອບທໍາ ແລະ ຈະມີຊີວິດຢູ່”. ພະຜູ້ເປັນເຈົ້າແຫ່ງຈັກກະວານໄດ້ກ່າວດັ່ງນີ້ແຫຼະ. [ເອເສກຽນ 18:9]
119 ບຸນດັງ ຕູ້ໄປສະນີ, ບຸນດັງ-ກູ, ຊອງນຳ-ຊີ, ກີຢັອງກີ-ໂດ, ສ. ເກົາຫຼີ
ໂທ 031-738-5999 ແຟັກ 031-738-5998
ສໍານັກງານໃຫຍ່: 50 ຊອງແນ, ບຸນດັງ-ກູ, ຊອງນຳ-ຊີ, ກີຢັອງກີ-ໂດ, ສ. ເກົາຫຼີ
ຄິດສະຕະຈັກແມ່: 35 ພັນກີໂຢ, ບຸນດັງ-ກູ, ຊອງນຳ-ຊີ, ກີຢັອງກີ-ໂດ, ສ. ເກົາຫຼີ
ⓒ ຄິດສະຕະຈັກຂອງພະເຈົ້າ ສະມາຄົມເຜີຍແຜ່ຂ່າວປະເສີດທົ່ວໂລກ ສະຫງວນລິຂະສິດ. ນະໂຍບາຍສ່ວນບຸກຄົນ