ໂມເຊ ແລະ ຊາວອິດສະລາເອນ ໄດ້ປະຕິບັດຕາມເທດສະການປັດສະຄາ ແລະ ໄດ້ອອກຈາກເອຢິບ ຈົນເຖິງພວກເຂົາໄດ້ຂ້າມທະເລແດງນັ້ນ ພວກເຂົາໄດ້ອົດທົນຫຼາຍຈາກຄວາມທົນທຸກ. ນີ້ໄດ້ສຳເລັດໂດຍຄວາມທົນທຸກ ແລະ ຄວາມທຸກທໍລະມານທີ່ໄມ້ກາງແຂນ ເຊິ່ງພະຄິດໄດ້ຊົງດຳເນີນໄປ ໃນເທດສະການກິນເຂົ້າຈີ່ບໍ່ມີເຊື້ອແປ້ງ ເຊິ່ງແມ່ນມື້ຫຼັງຈາກທີ່ ພະອົງໄດ້ຊົງປະຕິບັດຕາມເທດສະການປັດສະຄາ.
ເທດສະການກິນເຂົ້າຈີ່ບໍ່ມີເຊື້ອແປ້ງ ແມ່ນເທດສະການທີ່ສະແດງໃຫ້ເຫັນເຖິງ ຄວາມທົນທຸກຂອງພະຄິດ
ເຊິ່ງເປັນຄວາມຈິງຂອງບັນຍັດຂອງໂມເຊ ໃນພັນທະສັນຍາເດີມ. ໃນສະໄໝນີ້, ພະເຈົ້າໄດ້ຊົງບອກພວກເຮົາ
ໃຫ້ເຂົ້າຮ່ວມໃນຄວາມທົນທຸກຂອງພະຄິດ ໂດຍການຖືສິນອົດອາຫານ ແລະ ບັນລຸເຖິງຄວາມສົມບູນແບບ
ດ້ວຍການເອົາຊະນະຕໍ່ຄວາມທົນທຸກທັງໝົດ ທີ່ພວກເຮົາແຕ່ລະຄົນອາດຈະຕ້ອງປະເຊີນ.
“ພະວິນຍານຂອງພະເຈົ້າ (ນັ້ນເປັນພິຍານ, TH1971) ຮ່ວມກັບວິນຍານຂອງພວກເຮົາປະກາດວ່າ ພວກເຮົາເປັນລູກຂອງພະເຈົ້າ.” (ແລະ ຖ້າເຮົາທັງຫຼາຍເປັນບຸດແລ້ວ ເຮົາກໍເປັນຜູ້ຮັບມໍລະດົກດ້ວຍ ຄືເປັນຜູ້ຮັບມໍລະດົກຈາກພະເຈົ້າ ແລະ ເປັນຜູ້ຮ່ວມຮັບມໍລະດົກກັບພະຄິດ ຖ້າແມ່ນເຮົາທັງຫຼາຍໄດ້ທົນທຸກທໍລະມານ ດ້ວຍກັນກັບພະອົງນັ້ນ ພວກເຮົາກໍຈະໄດ້ຮັບສະຫງ່າລາສີກັບພະອົງເໝືອນກັນ, RLV) “ເຮົາເຫັນວ່າ ຄວາມທຸກລຳບາກຂອງພວກເຮົາ ໃນເວລານີ້ ບໍ່ອາດທຽບໃສ່ກັບສະຫງ່າລາສີ ທີ່ຈະຖືກເປີດເຜີຍແກ່ພວກເຮົາ ໃນພາຍໜ້າໄດ້.” [ໂລມ 8:16-18]
119 ບຸນດັງ ຕູ້ໄປສະນີ, ບຸນດັງ-ກູ, ຊອງນຳ-ຊີ, ກີຢັອງກີ-ໂດ, ສ. ເກົາຫຼີ
ໂທ 031-738-5999 ແຟັກ 031-738-5998
ສໍານັກງານໃຫຍ່: 50 ຊອງແນ, ບຸນດັງ-ກູ, ຊອງນຳ-ຊີ, ກີຢັອງກີ-ໂດ, ສ. ເກົາຫຼີ
ຄິດສະຕະຈັກແມ່: 35 ພັນກີໂຢ, ບຸນດັງ-ກູ, ຊອງນຳ-ຊີ, ກີຢັອງກີ-ໂດ, ສ. ເກົາຫຼີ
ⓒ ຄິດສະຕະຈັກຂອງພະເຈົ້າ ສະມາຄົມເຜີຍແຜ່ຂ່າວປະເສີດທົ່ວໂລກ ສະຫງວນລິຂະສິດ. ນະໂຍບາຍສ່ວນບຸກຄົນ