ເພື່ອທີ່ຈະຮູ້ຈັກວ່າ ການກະທໍາຂອງພວກເຮົາຖືກຫຼືຜິດ, ພວກເຮົາຕ້ອງມາຫາພະເຈົ້າ ຜູ້ຊົງເປັນຄວາມສະຫວ່າງທີ່ແທ້ຈິງ. ປັດຈຸບັນນີ້, ໃນໂລກທີ່ມືດມົວ ເຊິ່ງຜູ້ຄົນບໍ່ສາມາດໄຈ້ແຍກເຖິງພະປະສົງຂອງພະເຈົ້າໄດ້, ພະຄິດພະອັນຊັງໂຮງ ແລະ ພະເຈົ້າພະມານດາ ໄດ້ຊົງສ່ອງແສງຄວາມສະຫວ່າງຂອງຄວາມຈິງແຫ່ງຊີວິດ ໂດຍຜ່ານມື້ພະ ແລະ ປັດສະຄາ.
ພະເຈົ້າໄດ້ຊົງສະເດັດມາສູ່ໂລກນີ້ ໃນຖານະຄວາມສະຫວ່າງ ໂດຍຜາບແພ້ວິນຍານແຫ່ງຄວາມມືດຝ່າຍໂລກ ດ້ວຍການສັ່ງສອນພວກເຮົາກ່ຽວກັບສິ່ງທີ່ຢູ່ໃນສະຫວັນ ໂດຍນໍາຄວາມຫວັງມາສູ່ໂລກ ແລະ ສ່ອງແສງຄວາມສະຫວ່າງ. ໃນທໍານອງດຽວກັນ, ບັນດາລູກຂອງພະເຈົ້າຍັງຕ້ອງສ່ອງແສງຄວາມສະຫວ່າງແຫ່ງຂ່າວປະເສີດແກ່ໂລກ ເພື່ອໃຫ້ທຸກຄົນສາມາດຮູ້ຈັກພະເຈົ້າໄດ້.
ເຂົາບໍ່ຍອມເຊື່ອກໍເພາະວ່າ ພະຂອງໂລກນີ້ເຮັດໃຫ້ຈິດໃຈຂອງເຂົາມືດໄປ ເພື່ອບໍ່ໃຫ້ເຂົາເຫັນແສງແຈ້ງທີ່ສ່ອງໃສ່ເຂົາ ຄືແສງແຈ້ງທີ່ມາຈາກຂ່າວປະເສີດ ກ່ຽວກັບສະຫງ່າລາສີຂອງພະຄິດ ອົງທີ່ເປັນແບບຄ້າຍຄືພະເຈົ້າ... ພະເຈົ້າອົງທີ່ໄດ້ກ່າວວ່າ “ໃຫ້ແສງແຈ້ງແຍກອອກຈາກມືດ” ເປັນພະເຈົ້າອົງດຽວກັນ ທີ່ໄດ້ເຮັດໃຫ້ແສງແຈ້ງຂອງພະອົງສ່ອງໃນຈິດໃຈຂອງພວກເຮົາ ເພື່ອຈະໃຫ້ພວກເຮົາມີຄວາມຮູ້ເຖິງສະຫງ່າລາສີຂອງພະເຈົ້າ ເຊິ່ງສ່ອງແສງໃນໃບໜ້າຂອງພະຄິດ. [2 ໂກລິນໂທ 4:4-6]
119 ບຸນດັງ ຕູ້ໄປສະນີ, ບຸນດັງ-ກູ, ຊອງນຳ-ຊີ, ກີຢັອງກີ-ໂດ, ສ. ເກົາຫຼີ
ໂທ 031-738-5999 ແຟັກ 031-738-5998
ສໍານັກງານໃຫຍ່: 50 ຊອງແນ, ບຸນດັງ-ກູ, ຊອງນຳ-ຊີ, ກີຢັອງກີ-ໂດ, ສ. ເກົາຫຼີ
ຄິດສະຕະຈັກແມ່: 35 ພັນກີໂຢ, ບຸນດັງ-ກູ, ຊອງນຳ-ຊີ, ກີຢັອງກີ-ໂດ, ສ. ເກົາຫຼີ
ⓒ ຄິດສະຕະຈັກຂອງພະເຈົ້າ ສະມາຄົມເຜີຍແຜ່ຂ່າວປະເສີດທົ່ວໂລກ ສະຫງວນລິຂະສິດ. ນະໂຍບາຍສ່ວນບຸກຄົນ