ຊາວເມືອງນີເນເວ 120,000 ຄົນ ຜູ້ທີ່ບໍ່ສາມາດໄຈ້ແຍກໄດ້ວ່າ
ເບື້ອງໃດມືຂວາ ເບື້ອງໃດມືຊ້າຍນັ້ນ ໄດ້ຟັງໂຢນາ
ເມື່ອລາວໄດ້ປະກາດແກ່ພວກເຂົາ ໃນການເຊື່ອຟັງຄໍາສັ່ງຂອງພະເຈົ້າ,
ແລະ ພວກເຂົາທັງໝົດໄດ້ກັບໃຈເຊົາບາບ.
ໃນສະໄໝນີ້ ກໍ່ເຊັ່ນກັນ, ພວກເຮົາຄວນປະກາດປັດສະຄາແຫ່ງຄໍາໝັ້ນສັນຍາໃໝ່
ຄື ຄວາມຈິງແຫ່ງຄວາມພົ້ນ ແລະ ການອະໄພບາບ
ແກ່ທຸກຄົນທີ່ບໍ່ເຂົ້າໃຈເຖິງພະບັນຍັດຂອງພະເຈົ້າ.
ດັ່ງທີ່ເຮືອນທີ່ໄດ້ທາເລືອດຂອງລູກແກະແຫ່ງປັດສະຄາ ໃສ່ປະຕູເຮືອນຂອງພວກເຂົາ
ໄດ້ຖືກຊ່ວຍໃຫ້ພົ້ນຈາກໄພພິບັດໃນສະໄໝຂອງໂມເຊ,
ຜູ້ທີ່ເຂົ້າສ່ວນໃນເນື້ອກາຍ ແລະ ເລືອດຂອງພະຄິດ
ໂດຍຜ່ານເຂົ້າຈີ່ ແລະ ເຫຼົ້າອະງຸ່ນແຫ່ງປັດສະຄາ
ກໍ່ສາມາດຮັບຕາປະທັບ ແຫ່ງຄວາມພົ້ນ ໃນສະໄໝພັນທະສັນຍາໃໝ່ໄດ້.
ພະຄິດອັນຊັງໂຮງ ໄດ້ຊົງພິຍານເຖິງປັດສະຄາແຫ່ງຄໍາໝັ້ນສັນຍາໃໝ່.
ພະອົງຊົງເປັນພະເຈົ້າ ຜູ້ທີ່ໄດ້ຊົງສະເດັດມາອີກຄັ້ງ ເພື່ອອະໄພການບາບແກ່ມະນຸດຊາດ
ໃນສະໄໝສຸດທ້າຍ, ຕາມຄໍາທໍານວາຍຕ່າງໆຂອງພະຄໍາພີ.
ພະຜູ້ເປັນເຈົ້າກ່າວວ່າ “ເມື່ອເວລານັ້ນມາເຖິງ”,
“ເຮົາຈະເຮັດຄໍາໝັ້ນສັນຍາໃໝ່ກັບ ປະຊາຊົນອິດສະລາເອນ ແລະ ກັບປະຊາຊົນຢູດາ...
ເຮົາຈະອະໄພການບາບຂອງເຂົາ ແລະ ຈະບໍ່ຈົດຈໍາຄວາມຜິດຂອງເຂົາອີກຕໍ່ໄປ.” ເຢເລມີຢາ 31: 31-34
119 ບຸນດັງ ຕູ້ໄປສະນີ, ບຸນດັງ-ກູ, ຊອງນຳ-ຊີ, ກີຢັອງກີ-ໂດ, ສ. ເກົາຫຼີ
ໂທ 031-738-5999 ແຟັກ 031-738-5998
ສໍານັກງານໃຫຍ່: 50 ຊອງແນ, ບຸນດັງ-ກູ, ຊອງນຳ-ຊີ, ກີຢັອງກີ-ໂດ, ສ. ເກົາຫຼີ
ຄິດສະຕະຈັກແມ່: 35 ພັນກີໂຢ, ບຸນດັງ-ກູ, ຊອງນຳ-ຊີ, ກີຢັອງກີ-ໂດ, ສ. ເກົາຫຼີ
ⓒ ຄິດສະຕະຈັກຂອງພະເຈົ້າ ສະມາຄົມເຜີຍແຜ່ຂ່າວປະເສີດທົ່ວໂລກ ສະຫງວນລິຂະສິດ. ນະໂຍບາຍສ່ວນບຸກຄົນ