ເອລີຢາໄດ້ຕໍ່ສູ້ກັບຜູ້ປະກາດພະຄໍາປອມ 850 ຄົນພຽງລໍາພັງ, ດາວິດໄດ້ເອົາຊະນະໂກລີອາດຜູ້ເປັນຄົນຮູບຮ່າງໃຫຍ່ສູງ, ນັກຮົບ 300 ຄົນຂອງກີເດໂອນໄດ້ຕໍ່ສູ້ກັບກອງທັບຊາວມີດີອານ 135,000 ຄົນ, ຊາວອິດສະລາເອນໄດ້ທົນທຸກທໍລະມານຢູ່ໃນຖິ່ນແຫ້ງແລ້ງກັນດານເປັນເວລາ 40 ປີ ແລະ ບັນດາຜູ້ເຊື່ອຖືໃນຄິດສະຕະຈັກຕອນຕົ້ນໄດ້ປະກາດຂ່າວປະເສີດ ໃນຂະນະທີ່ປະເຊີນກັບການຂົ່ມເຫັງ ແລະ ການເສຍສະຫຼະຊີວິດ. ໃນທ່າມກາງຄວາມຍາກລໍາບາກ, ຈິດໃຈຂອງພວກເຂົາໄດ້ຮັບການຫຼໍ່ຫຼອມ ແລະ ຄວາມເຊື່ອຂອງພວກເຂົາໄດ້ຮັບການຍອມຮັບຈາກພະເຈົ້າ. ໃນທີ່ສຸດ, ພວກເຂົາກໍໄດ້ຮັບສະຫງ່າລາສີແຫ່ງໄຊຊະນະ.
ພະເຈົ້າຊົງເຫັນລ່ວງໜ້າວ່າ ບັນດາລູກຂອງພະອົງຈະຕ້ອງທົນທຸກທໍລະມານ ແລະ ປະເຊີນກັບການຂັດຂວາງຈາກມານຮ້າຍ. ເຖິງຢ່າງໃດກໍຕາມ, ໂດຍຜ່ານການຫຼໍ່ຫຼອມ, ກ່ອນອື່ນໝົດພະອົງໄດ້ຊົງນໍາພາພວກເຂົາໃຫ້ມີຄວາມຢໍາເກງໃນພະອົງ ພ້ອມກັບຄວາມເຊື່ອ, ຄວາມຫວັງ, ຄວາມຮັກ ແລະ ຈິດໃຈທີ່ປະຕິເສດຄວາມຊົ່ວ ແລະ ສະແຫວງຫາຄວາມດີ ກ່ອນທີ່ຈະຊົງທໍາການອັດສະຈັນເພື່ອພວກເຂົາ ໂດຍລິດອໍານາດອັນຍິ່ງໃຫຍ່ຂອງພະອົງ.
ເງິນຄໍາຖືກທົດລອງດ້ວຍໄຟສັນໃດ ໃຈມະນຸດກໍຖືກພະຜູ້ເປັນເຈົ້າລອງເບິ່ງສັນນັ້ນ. ສຸພາສິດ 17:3
ຕັ້ງແຕ່ຕົ້ນເຮົາກ່າວໄວ້ກ່ອນເຖິງສິ່ງທີ່ມີມາ ແຕ່ດົນນານເຮົາໄດ້ບອກເຖິງສິ່ງທີ່ຈະເກີດຂຶ້ນ. ເຮົາບອກວ່າແຜນການຂອງເຮົາບໍ່ເຄີຍລົ້ມເຫຼວ ເຮົາເຮັດທຸກໆສິ່ງຕາມທີ່ເຮົາຢາກເຮັດ. ເອຊາຢາ 46:10
119 ບຸນດັງ ຕູ້ໄປສະນີ, ບຸນດັງ-ກູ, ຊອງນຳ-ຊີ, ກີຢັອງກີ-ໂດ, ສ. ເກົາຫຼີ
ໂທ 031-738-5999 ແຟັກ 031-738-5998
ສໍານັກງານໃຫຍ່: 50 ຊອງແນ, ບຸນດັງ-ກູ, ຊອງນຳ-ຊີ, ກີຢັອງກີ-ໂດ, ສ. ເກົາຫຼີ
ຄິດສະຕະຈັກແມ່: 35 ພັນກີໂຢ, ບຸນດັງ-ກູ, ຊອງນຳ-ຊີ, ກີຢັອງກີ-ໂດ, ສ. ເກົາຫຼີ
ⓒ ຄິດສະຕະຈັກຂອງພະເຈົ້າ ສະມາຄົມເຜີຍແຜ່ຂ່າວປະເສີດທົ່ວໂລກ ສະຫງວນລິຂະສິດ. ນະໂຍບາຍສ່ວນບຸກຄົນ