ເພື່ອຈະຕິດຕາມເສັ້ນທາງຂອງພະຄິດຢ່າງຖືກຕ້ອງ, ພວກເຮົາຕ້ອງຮັບແບກໄມ້ກາງແຂນຂອງຕົນເອງ. ພະເຢຊູ ຜູ້ທີ່ຊົງເປັນພະເຈົ້າ ໄດ້ຊົງແບກພາລະແຫ່ງໄມ້ກາງແຂນ ເພື່ອຄວາມພົ້ນຂອງມະນຸດ ແລະ ບັນພະບຸລຸດແຫ່ງຄວາມເຊື່ອເຊັ່ນ: ໂມເຊ ແລະ ອັກຄະທູດໂປນ ກໍໄດ້ແບກ ໄມ້ກາງແຂນຂອງພວກເຂົາ ດ້ວຍຄວາມຍິນດີ. ໃນທໍານອງດຽວກັນ, ພວກເຮົາກໍຕ້ອງແບກໄມ້ກາງແຂນຂອງພວກເຮົາເອງ ແລະ ເດີນຕາມເສັ້ນທາງແຫ່ງຄວາມທຸກທໍລະມານ ເພື່ອຄວາມພົ້ນເຊັ່ນກັນ.
ເໝືອນດັ່ງທີ່ອັກຄະທູດໂປນຖືວ່າ ຄວາມທຸກທໍລະມານທັງໝົດເປັນພະພອນ ແລະ ເດີນຕາມທາງແຫ່ງໄມ້ກາງແຂນຂອງພະຄິດ, ບັນດາສະມາຊິກໃນຄິດສະຕະຈັກຂອງພະເຈົ້າ ກໍໄດ້ແບກໄມ້ກາງແຂນ ດ້ວຍຄວາມຍິນດີໃນທຸກເວລາ ແລະ ເດີນຕາມທາງຂອງພະເຈົ້າດ້ວຍຄວາມເຊື່ອທີ່ໝັ້ນຄົງ ໂດຍບໍ່ເຄີຍລືມທີ່ຈະຖວາຍຂອບຄຸນແດ່ພະເຈົ້າ.
ຄວາມສຸກເປັນຂອງຜູ້ທີ່ຖືກຂົ່ມເຫັງ ຍ້ອນປະຕິບັດຕາມພະປະສົງ; ເພາະອານາຈັກສະຫວັນເປັນຂອງຜູ້ນັ້ນ! “ຄວາມສຸກເປັນຂອງພວກທ່ານ ເມື່ອຄົນກ່າວນິນທາ ແລະ ຂົ່ມເຫັງພວກທ່ານ ແລະ ເວົ້າຄວາມຊົ່ວອັນບໍ່ຈິງທຸກຢ່າງຕໍ່ສູ້ພວກທ່ານ ເພາະພວກທ່ານເປັນສາວົກຂອງເຮົາ. ຈົ່ງເປັນສຸກ ແລະ ຈົ່ງດີໃຈເຖີດ ເພາະພະເຈົ້າມີບໍາເໜັດອັນຍິ່ງໃຫຍ່ໄວ້ສໍາລັບພວກທ່ານແລ້ວ. ບັນດາຜູ້ປະກາດພະຄໍາໃນສະໄໝກ່ອນ ກໍຖືກຂົ່ມເຫັງຢ່າງດຽວກັນນີ້ແຫຼະ. [ມັດທາຍ 5:10-12]
119 ບຸນດັງ ຕູ້ໄປສະນີ, ບຸນດັງ-ກູ, ຊອງນຳ-ຊີ, ກີຢັອງກີ-ໂດ, ສ. ເກົາຫຼີ
ໂທ 031-738-5999 ແຟັກ 031-738-5998
ສໍານັກງານໃຫຍ່: 50 ຊອງແນ, ບຸນດັງ-ກູ, ຊອງນຳ-ຊີ, ກີຢັອງກີ-ໂດ, ສ. ເກົາຫຼີ
ຄິດສະຕະຈັກແມ່: 35 ພັນກີໂຢ, ບຸນດັງ-ກູ, ຊອງນຳ-ຊີ, ກີຢັອງກີ-ໂດ, ສ. ເກົາຫຼີ
ⓒ ຄິດສະຕະຈັກຂອງພະເຈົ້າ ສະມາຄົມເຜີຍແຜ່ຂ່າວປະເສີດທົ່ວໂລກ ສະຫງວນລິຂະສິດ. ນະໂຍບາຍສ່ວນບຸກຄົນ