ມະນຸດຊາດໄດ້ຖືກຊາຕານຫຼອກລວງຢູ່ໃນອານາຈັກສະຫວັນ ແລະ ຫຼັງຈາກທີ່ໄດ້ທໍລະຍົດຕໍ່ພະເຈົ້າແລ້ວ ກໍຖືກຂັບໄລ່ລົງມາສູ່ໂລກນີ້ຍ້ອນການບາບນັ້ນ. ເພື່ອຊອກຫາບັນດາລູກທີ່ເສຍໄປຈາກສະຫວັນ, ເພື່ອຊົງປະທານການອະໄພບາບແກ່ພວກເຂົາ ແລະ ນໍາພວກເຂົາກັບຄືນສູ່ອານາຈັກສະຫວັນ, ພະເຢຊູໄດ້ຊົງ ສະເດັດມາເມື່ອ 2,000 ປີກ່ອນ ແລະ ໃນສະໄໝນີ້, ພະຄິດ ພະອັນຊັງໂຮງ ແລະ ພະເຈົ້າພະມານດາ ກໍໄດ້ຊົງສະເດັດມາ.
ໂດຍຜ່ານຄໍາອຸປະມາເລື່ອງຫຼຽນຄໍາ ແລະ ເງິນມິນາ, ພະເຢຊູໄດ້ຊົງສັ່ງສອນຢ່າງລະອຽດວ່າ ບັນດາລູກທີ່ເຂົ້າໃຈເຖິງຄວາມຮັກຂອງພະເຈົ້າຈະສາມາດນໍາຄວາມຊົມຊື່ນຍິນດີມາສູ່ພະເຈົ້າໄດ້ຢ່າງໃດ. ເຊັ່ນດຽວກັບທີ່ພະເຈົ້າໄດ້ຊົງປະກາດຢ່າງບໍ່ຢຸດພັກ ເພື່ອຊອກຫາ ບັນດາລູກທີ່ເສຍໄປຈາກສະຫວັນ, ພວກເຮົາເອງກໍຕ້ອງຊອກຫາ ພີ່ນ້ອງຊາຍສາວທີ່ເສຍໄປຂອງພວກເຮົາເຊັ່ນກັນ ເຊິ່ງນີ້ແມ່ນ ຂອງຂວັນທີ່ລ້ຳຄ່າທີ່ສຸດທີ່ພວກເຮົາສາມາດຖວາຍແກ່ພະເຈົ້າໄດ້.
ເຊົ້າມື້ໃໝ່ມາເມື່ອຍັງມືດຊຸ້ມຢູ່ ພະເຢຊູໄດ້ລຸກຂຶ້ນ ແລະ ໄປຈາກ ເຮືອນ. ພະອົງອອກຈາກເມືອງໄປຍັງທີ່ສະຫງັດ ແລະ ອ້ອນວອນຢູ່ທີ່ນັ້ນ. ແຕ່ພະເຢຊູຊົງຕອບພວກເຂົາວ່າ “ໃຫ້ພວກເຮົາໄປຍັງບ່ອນອື່ນ ທີ່ໝູ່ບ້ານໃກ້ຄຽງນີ້. ເຮົາຕ້ອງເທດສະໜາໃນທີ່ເຫຼົ່ານັ້ນເຊັ່ນກັນ ເພາະເຮົາໄດ້ມາກໍຍ້ອນການນີ້ແຫຼະ.” ມາລາໂກ 1:35, 38
119 ບຸນດັງ ຕູ້ໄປສະນີ, ບຸນດັງ-ກູ, ຊອງນຳ-ຊີ, ກີຢັອງກີ-ໂດ, ສ. ເກົາຫຼີ
ໂທ 031-738-5999 ແຟັກ 031-738-5998
ສໍານັກງານໃຫຍ່: 50 ຊອງແນ, ບຸນດັງ-ກູ, ຊອງນຳ-ຊີ, ກີຢັອງກີ-ໂດ, ສ. ເກົາຫຼີ
ຄິດສະຕະຈັກແມ່: 35 ພັນກີໂຢ, ບຸນດັງ-ກູ, ຊອງນຳ-ຊີ, ກີຢັອງກີ-ໂດ, ສ. ເກົາຫຼີ
ⓒ ຄິດສະຕະຈັກຂອງພະເຈົ້າ ສະມາຄົມເຜີຍແຜ່ຂ່າວປະເສີດທົ່ວໂລກ ສະຫງວນລິຂະສິດ. ນະໂຍບາຍສ່ວນບຸກຄົນ