ໂດຍຜ່ານລະບົບຄອບຄົວຝ່າຍໂລກ, ພະເຈົ້າໄດ້ຊົງເຮັດໃຫ້ພວກເຮົາຮູ້ວ່າ ມີຄອບຄົວແຫ່ງສະຫວັນ. ດັ່ງທີ່ບັນດາລູກຝ່າຍໂລກ ໄດ້ສືບທອດເລືອດເນື້ອຂອງພໍ່ແມ່ຂອງພວກເຂົາ, ບັນດາລູກແຫ່ງສະຫວັນ ກໍຕ້ອງຮັບພະກາຍ ແລະ ພະໂລຫິດຂອງພະບິດາ ແລະ ພະມານດາ ໂດຍຜ່ານ ເຂົ້າຈີ່ ແລະ ເຫຼົ້າອະງຸ່ນແຫ່ງປັດສະຄາ. ມີພຽງແຕ່ບັນດາຜູ້ຄົນເຫຼົ່ານັ້ນ ທີ່ສາມາດເອີ້ນພະເຈົ້າວ່າ “ພະບິດາ” ແລະ “ພະມານດາ” ໃນຖານະບັນດາລູກແຫ່ງສະຫວັນ.
ໃນທຸກມື້ນີ້, ການທີ່ສະມາຊິກຄິດສະຕະຈັກຂອງພະເຈົ້າ ໄດ້ຮັບການຍ້ອງຍໍສັນລະເສີນສໍາລັບການກະທໍາດີຂອງພວກເຂົາໃນທົ່ວໂລກ ກໍຍ້ອນວ່າ ພວກເຂົາໄດ້ຮັກທຸກທຸກຄົນດ້ວຍຄວາມຮັກ ແລະ ຄວາມເສຍສະຫຼະທີ່ພວກເຂົາໄດ້ຮຽນຮູ້ຈາກ ພະອັນຊັງໂຮງ ແລະ ພະເຈົ້າພະມານດາ, ແລະ ຍ້ອນວ່າ ພະສະຫງ່າລາສີຂອງເຢລູຊາເລັມ ໄດ້ເຕັມໄປທົ່ວໂລກ ຕາມທີ່ພະຄໍາພີໄດ້ທໍານວາຍໄວ້.
ເທິງກໍາແພງເມືອງເຈົ້າ ກຸງເຢລູຊາເລັມເອີຍ! ເຮົາໄດ້ວາງຄົນຍາມຫຼາຍໆຄົນໄວ້; ເຂົາບໍ່ຕ້ອງມິດງຽບໃນກາງເວັນ ຫຼື ກາງຄືນ ເຂົາຕ້ອງບອກພະຜູ້ເປັນເຈົ້າໃຫ້ຈື່ຈໍາເລື້ອຍໆ ຄືໃຫ້ລະນຶກເຖິງຄໍາສັນຍາຂອງພະອົງ ແລະ ບໍ່ປ່ອຍໃຫ້ພະອົງລືມໄລຈັກເທື່ອ. ເຂົາຈະບໍ່ໃຫ້ພະອົງໄດ້ພັກຜ່ອນຫຼັບນອນ ຈົນກວ່າພະອົງໄດ້ສ້າງກຸງເຢລູຊາເລັມຂຶ້ນໃໝ່ ຈົນກວ່າໄດ້ເຮັດໃຫ້ກຸງນີ້ກາຍເປັນພະນະຄອນ ເຊິ່ງເປັນທີ່ຍົກຍໍຂອງຄົນທົ່ວທຸກມຸມໂລກ. ເອຊາຢາ 62:6-7
119 ບຸນດັງ ຕູ້ໄປສະນີ, ບຸນດັງ-ກູ, ຊອງນຳ-ຊີ, ກີຢັອງກີ-ໂດ, ສ. ເກົາຫຼີ
ໂທ 031-738-5999 ແຟັກ 031-738-5998
ສໍານັກງານໃຫຍ່: 50 ຊອງແນ, ບຸນດັງ-ກູ, ຊອງນຳ-ຊີ, ກີຢັອງກີ-ໂດ, ສ. ເກົາຫຼີ
ຄິດສະຕະຈັກແມ່: 35 ພັນກີໂຢ, ບຸນດັງ-ກູ, ຊອງນຳ-ຊີ, ກີຢັອງກີ-ໂດ, ສ. ເກົາຫຼີ
ⓒ ຄິດສະຕະຈັກຂອງພະເຈົ້າ ສະມາຄົມເຜີຍແຜ່ຂ່າວປະເສີດທົ່ວໂລກ ສະຫງວນລິຂະສິດ. ນະໂຍບາຍສ່ວນບຸກຄົນ