ທຸກພະຄໍາຂອງພະເຈົ້າທີ່ຖືກບັນທຶກໄວ້ໃນພະຄໍາພີ ລ້ວນແຕ່ສໍາເລັດເປັນຈິງ ໂດຍບໍ່ຕົກຫຼົ່ນແມ່ນແຕ່ຄໍາດຽວ. ພະຄໍາພີໄດ້ພິຍານເຖິງພະເຢຊູ ຜູ້ຊົງສະເດັດມາເມື່ອ 2,000 ປີກ່ອນ ແລະ ໃນສະໄໝພະວິນຍານບໍລິສຸດນີ້ ກໍໄດ້ພິຍານເຖິງວຽກງານແຫ່ງຄວາມພົ້ນ ທີ່ຈະຖືກດໍາເນີນໂດຍພະຄິດ ພະອັນຊັງໂຮງ ແລະ ພະເຈົ້າພະມານດາ ຜູ້ຊົງສະເດັດມາໃນຖານະພະວິນຍານ ແລະ ເຈົ້າສາວ.
ພະຄໍາພີໄດ້ທໍານວາຍວ່າ ບັນດາຜູ້ທີ່ຈະໄດ້ຮັບຄວາມພົ້ນ ທີ່ມີຄວາມເຊື່ອທີ່ໄດ້ຮັບໄຊຊະນະໃນໂລກ ບ່ອນທີ່ຖືກປົກຄອງໂດຍຊາຕານນັ້ນ ແມ່ນເຊື້ອສາຍທີ່ເຫຼືອຂອງຜູ້ຍິງ ຜູ້ທີ່ປະຕິບັດຕາມພະບັນຍັດຂອງພະເຈົ້າ. ພະຄໍາພີຍັງໄດ້ພິຍານວ່າ ພວກເຂົາຈະໄດ້ຮັບມໍລະດົກແຫ່ງອານາຈັກສະຫວັນ ຜ່ານທາງພະມານດາ ເໝືອນດັ່ງອີຊາກ.
ພວກທ່ານຄົ້ນຫາໃນພະຄໍາພີ ເພາະຄິດວ່າ ຈະພົບຊີວິດອັນຕະຫຼອດໄປເປັນນິດ. ແມ່ນພະຄໍາພີນີ້ແຫຼະທີ່ເປັນພິຍານໃຫ້ເຮົາ! ໂຢຮັນ 5:39
ພະຍານາກໃຫຍ່ໄດ້ຖືກໂຍນອອກໄປ ຄືງູແຕ່ເດິກດໍາບັນທີ່ມີຊື່ວ່າ ພະຍາມານ ຫຼື ຊາຕານ ເຊິ່ງເປັນຜູ້ຫຼອກລວງມະນຸດທັງໂລກ. ມັນໄດ້ຖືກໂຍນລົງທີ່ແຜ່ນດິນໂລກພ້ອມດ້ວຍຝູງບໍລິວານຝ່າຍມັນທັງໝົດ. ຝ່າຍພະຍານາກກໍຄຽດແຄ້ນຢ່າງໃຫຍ່ໃຫ້ຍິງນັ້ນ ແລະ ອອກໄປຕໍ່ສູ້ກັບເຊື້ອສາຍຂອງນາງທີ່ເຫຼືອຄື: ທຸກຄົນທີ່ປະຕິບັດຕາມບັນຍັດຂອງພະເຈົ້າ ແລະ ຊື່ສັດຕໍ່ຄວາມຈິງ ເຊິ່ງຖືກເປີດເຜີຍໂດຍພະເຢຊູ. ພະນິມິດ 12:9, 17
119 ບຸນດັງ ຕູ້ໄປສະນີ, ບຸນດັງ-ກູ, ຊອງນຳ-ຊີ, ກີຢັອງກີ-ໂດ, ສ. ເກົາຫຼີ
ໂທ 031-738-5999 ແຟັກ 031-738-5998
ສໍານັກງານໃຫຍ່: 50 ຊອງແນ, ບຸນດັງ-ກູ, ຊອງນຳ-ຊີ, ກີຢັອງກີ-ໂດ, ສ. ເກົາຫຼີ
ຄິດສະຕະຈັກແມ່: 35 ພັນກີໂຢ, ບຸນດັງ-ກູ, ຊອງນຳ-ຊີ, ກີຢັອງກີ-ໂດ, ສ. ເກົາຫຼີ
ⓒ ຄິດສະຕະຈັກຂອງພະເຈົ້າ ສະມາຄົມເຜີຍແຜ່ຂ່າວປະເສີດທົ່ວໂລກ ສະຫງວນລິຂະສິດ. ນະໂຍບາຍສ່ວນບຸກຄົນ