ອັກຄະທູດໂປນໄດ້ກາຍເປັນຜູ້ປະກາດພະຄໍາທີ່ຍິ່ງໃຫຍ່ ເພາະເພິ່ນໄດ້ເຫັນສະຫງ່າລາສີແຫ່ງສະຫວັນຊັ້ນທີສາມ. ພາຍໃນຈັກກະວານອັນກວ້າງໃຫຍ່ໄພສານທີ່ມະນຸດບໍ່ສາມາດເຂົ້າໃຈໄດ້, ພະເຈົ້າໄດ້ຊົງກະກຽມອະນາຄົດອັນສະຫງ່າລາສີໄວ້ໃຫ້ພວກເຮົາຢູ່. ນີ້ແມ່ນເຫດຜົນທີ່ພະອົງໄດ້ຊົງເອີ້ນພວກເຮົາໃຫ້ມີທັດສະນະທີ່ກວ້າງຂວາງຂຶ້ນ, ເພື່ອບໍ່ໃຫ້ເບິ່ງທີ່ໂລກນີ້ ແຕ່ໃຫ້ເບິ່ງໄປທີ່ຈັກກະວານ ນັ້ນກໍຄື ອານາຈັກສະຫວັນ.
ພວກເຮົາຕ້ອງເອົາຊະນະຄວາມຍາກລຳບາກຂອງມື້ນີ້ ໂດຍການສຸມໃສ່ສະຫງ່າລາສີແຫ່ງອານາຈັກສະຫວັນ ແລະ ອະນາຄົດອັນສະຫວ່າງສະໄຫວທີ່ລໍຖ້າພວກເຮົາຢູ່ທີ່ນັ້ນ. ຖ້າພວກເຮົາບໍ່ເຊື່ອໃນອານາຈັກສະຫວັນ, ໃນທີ່ສຸດ ພວກເຮົາກໍຈະສູນເສຍຄວາມເຊື່ອຂອງພວກເຮົາທ່າມກາງ ຄວາມທຸກທໍລະມານຊົ່ວຄາວ ແລະ ປະຖິ້ມຄວາມຈິງ. ຢ່າງໃດກໍຕາມ, ຖ້າພວກເຮົາເຂົ້າໃຈເຖິງຄວາມເປັນຈິງ ຂອງອານາຈັກສະຫວັນຢ່າງແທ້ຈິງ, ຄວາມເຊື່ອຂອງພວກເຮົາກໍຈະເຕີບໃຫຍ່ຂຶ້ນໃນແຕ່ລະມື້ ໂດຍເຮັດໃຫ້ພວກເຮົາສາມາດມີສ່ວນຮ່ວມໃນສະຫງ່າລາສີຂອງອານາຈັກນັ້ນໄດ້.
ການຖືກຄວບຄຸມໂດຍສັນດານມະນຸດກໍຄືຄວາມຕາຍ; ການຖືກຄວບຄຸມໂດຍພະວິນຍານກໍຄືຊີວິດ ແລະ ສັນຕິສຸກ. ໂລມ 8:6
ດ້ວຍວ່າທີ່ພວກເຮົາໄດ້ພົ້ນນັ້ນແມ່ນໂດຍຄວາມຫວັງ; ແຕ່ຖ້າມີຄວາມຫວັງໃນສິ່ງທີ່ຕາເຫັນຢູ່ ສິ່ງນັ້ນກໍບໍ່ເປັນຄວາມຫວັງອັນແທ້ຈິງ. ດ້ວຍວ່າໃຜແດ່ຫວັງໃນສິ່ງທີ່ຕົນເຫັນຢູ່? ແຕ່ຖ້າພວກເຮົາຫວັງໃນສິ່ງທີ່ພວກເຮົາບໍ່ໄດ້ເຫັນ ພວກເຮົາກໍຄອງຄອຍຖ້າສິ່ງນັ້ນດ້ວຍໃຈອົດທົນ. ໂລມ 8:24-25
119 ບຸນດັງ ຕູ້ໄປສະນີ, ບຸນດັງ-ກູ, ຊອງນຳ-ຊີ, ກີຢັອງກີ-ໂດ, ສ. ເກົາຫຼີ
ໂທ 031-738-5999 ແຟັກ 031-738-5998
ສໍານັກງານໃຫຍ່: 50 ຊອງແນ, ບຸນດັງ-ກູ, ຊອງນຳ-ຊີ, ກີຢັອງກີ-ໂດ, ສ. ເກົາຫຼີ
ຄິດສະຕະຈັກແມ່: 35 ພັນກີໂຢ, ບຸນດັງ-ກູ, ຊອງນຳ-ຊີ, ກີຢັອງກີ-ໂດ, ສ. ເກົາຫຼີ
ⓒ ຄິດສະຕະຈັກຂອງພະເຈົ້າ ສະມາຄົມເຜີຍແຜ່ຂ່າວປະເສີດທົ່ວໂລກ ສະຫງວນລິຂະສິດ. ນະໂຍບາຍສ່ວນບຸກຄົນ