ພະຄໍາພີບໍ່ແມ່ນເລື່ອງທີ່ແຕ່ງຂຶ້ນ ແຕ່ເປັນພະຄໍາແຫ່ງຊີວິດຈາກພະເຈົ້າ ຜູ້ຊົງຮັບປະກັນອະນາຄົດຂອງມະນຸດຊາດ. ໂດຍຜ່ານຄໍາທໍານວາຍທີ່ມອບໃຫ້ແກ່ດານີເອນ ກ່ຽວກັບຄວາມຈະເລີນຮຸ່ງເຮືອງ ແລະ ການຫຼົ້ມສະຫຼາຍຂອງບັນດາອານາຈັກທີ່ຈະເກີດຂຶ້ນຫຼັງຈາກອານາຈັກບາບີໂລນ, ຄໍາອະທິບາຍກ່ຽວກັບການໝູນວຽນຂອງນໍ້າ ແລະ ຂໍ້ເທັດຈິງທາງວິທະຍາສາດ ເຊັ່ນ ໂລກທີ່ລອຍຢູ່ໃນອາວະກາດ ເຊິ່ງໄດ້ເປີດເຜີຍແກ່ໂຢບເມື່ອ 3,500 ປີກ່ອນ ພວກເຮົາຈຶ່ງສາມາດຮູ້ໄດ້ຢ່າງຊັດເຈນວ່າ ພະຄໍາພີແມ່ນພະຄໍາຂອງພະເຈົ້າ.
ອັກຄະທູດໂຢຮັນໄດ້ເຫັນບັນດາຜູ້ເຊື່ອຖືທີ່ຈະໄດ້ຮັບຄວາມພົ້ນ ຄືບັນດາຜູ້ທີ່ມີຊື່ຈົດໄວ້ໃນປຶ້ມທະບຽນແຫ່ງຊີວິດຂອງລູກແກະພະເຈົ້າ. ໃນທຸກມື້ນີ້, ສະມາຊິກຂອງຄິດສະຕະຈັກຂອງພະເຈົ້າ ຜູ້ທີ່ມີຊື່ຈົດໄວ້ໃນປຶ້ມທະບຽນແຫ່ງຊີວິດ ດັ່ງທີ່ອັກຄະທູດໂຢຮັນໄດ້ເຫັນນິມິດ ກໍາລັງສໍາເລັດຕາມຄໍາທໍານວາຍເຫຼົ່ານັ້ນ ໂດຍໄດ້ຮັບຄວາມຊາບຊຶ້ງໃຈຢ່າງຍິ່ງ ຕໍ່ສະຫງ່າລາສີທີ່ນິລັນ ເຊິ່ງພວກເຂົາຈະໄດ້ຮັບໃນອານາຈັກສະຫວັນ.
“ປະຊາຊົນຂອງພະເຈົ້າອົງສູງສຸດຈະໄດ້ຮັບອໍານາດແຫ່ງກະສັດ ແລະ ຈະຮັກສາອໍານາດນັ້ນໄວ້ໄດ້ຕະຫຼອດໄປ.” [ດານີເອນ 7:18]
ກາງຄືນຈະບໍ່ມີອີກຕໍ່ໄປ ແລະ ພວກເຂົາຈະບໍ່ຕ້ອງການແສງໂຄມໄຟ ຫຼື ແສງຕາເວັນ ເພາະວ່າພະຜູ້ເປັນເຈົ້າຈະເປັນແສງແຈ້ງຂອງພວກເຂົາ ແລະ ພວກເຂົາຈະປົກຄອງດັ່ງກະສັດຢູ່ຕະຫຼອດໄປເປັນນິດ. [ພະນິມິດ 22:5]
119 ບຸນດັງ ຕູ້ໄປສະນີ, ບຸນດັງ-ກູ, ຊອງນຳ-ຊີ, ກີຢັອງກີ-ໂດ, ສ. ເກົາຫຼີ
ໂທ 031-738-5999 ແຟັກ 031-738-5998
ສໍານັກງານໃຫຍ່: 50 ຊອງແນ, ບຸນດັງ-ກູ, ຊອງນຳ-ຊີ, ກີຢັອງກີ-ໂດ, ສ. ເກົາຫຼີ
ຄິດສະຕະຈັກແມ່: 35 ພັນກີໂຢ, ບຸນດັງ-ກູ, ຊອງນຳ-ຊີ, ກີຢັອງກີ-ໂດ, ສ. ເກົາຫຼີ
ⓒ ຄິດສະຕະຈັກຂອງພະເຈົ້າ ສະມາຄົມເຜີຍແຜ່ຂ່າວປະເສີດທົ່ວໂລກ ສະຫງວນລິຂະສິດ. ນະໂຍບາຍສ່ວນບຸກຄົນ