ພະເຢຊູເອງໄດ້ຊົງວາງແບບຢ່າງໃນການຊ່ວຍມະນຸດຊາດໃຫ້ພົ້ນຈາກບາບ ໂດຍຜ່ານການປະກາດ. ພະອົງຊົງມອບພາລະກິດໃຫ້ພວກເຮົາເປັນຜູ້ຮັບໃຊ້ແຫ່ງຄໍາໝັ້ນສັນຍາໃໝ່ ໂດຍຊົງກ່າວວ່າ “ຈົ່ງຊ່ວຍໂລກໃຫ້ພົ້ນ.” ດັ່ງນັ້ນ, ພວກເຮົາບໍ່ຄວນເປັນດັ່ງເອຊາວ ຜູ້ທີ່ເຮັດພຽງແຕ່ສິ່ງທີ່ຕົນເອງຕ້ອງການເທົ່ານັ້ນ, ແຕ່ຕ້ອງເປັນເໝືອນດັ່ງຢາໂຄບ ຜູ້ທີ່ເຮັດສິ່ງທີ່ຄວນເຮັດກ່ອນ. ເມື່ອນັ້ນ, ພວກເຮົາຈຶ່ງຈະສາມາດຮັບພະພອນທີ່ພະເຈົ້າຊົງປະທານໃຫ້ໄດ້.
ຜົນໄດ້ຮັບສໍາລັບຜູ້ທີ່ເຮັດສິ່ງທີ່ຄວນເຮັດທຽບກັບຜູ້ທີ່ບໍ່ເຮັດ ຄືຄວາມແຕກຕ່າງລະຫວ່າງອານາຈັກສະຫວັນ ແລະ ນະຮົກ. ເຊັ່ນດຽວກັບວຽກງານທີ່ໜ້າອັດສະຈັນຂອງພະວິນຍານບໍລິສຸດ ທີ່ໄດ້ຢູ່ກັບບັນດາອັກຄະທູດ ຜູ້ທີ່ດໍາເນີນຊີວິດໃນການປະກາດເໝືອນດັ່ງພະເຢຊູຢູ່ສະເໝີ, ໜ້າທີ່ຂອງພວກເຮົາໃນເວລານີ້ແມ່ນການປະກາດຄວາມພົ້ນຂອງພະອັນຊັງໂຮງ ແລະ ພະເຈົ້າພະມານດາ.
ເພາະແມ່ນພະອົງທີ່ໄດ້ເຮັດໃຫ້ພວກເຮົາ ສາມາດເປັນຜູ້ຮັບໃຊ້ຄໍາໝັ້ນສັນຍາໃໝ່ ເຊິ່ງບໍ່ແມ່ນປະກອບດ້ວຍຕົວໜັງສືທີ່ເປັນບັນຍັດ ແຕ່ດ້ວຍພະວິນຍານ. ບັນຍັດທີ່ຈາລຶກໄວ້ເປັນຕົວໜັງສືເຮັດໃຫ້ຕາຍ ແຕ່ພະວິນຍານໃຫ້ຊີວິດ. 2 ໂກລິນໂທ 3:6
ແຕ່ພະເຢຊູຕອບພວກເຂົາວ່າ “ໃຫ້ພວກເຮົາໄປຍັງບ່ອນອື່ນທີ່ໝູ່ບ້ານໃກ້ຄຽງນີ້. ເຮົາຕ້ອງເທດສະໜາໃນທີ່ເຫຼົ່ານັ້ນເຊັ່ນກັນ ເພາະເຮົາໄດ້ມາກໍຍ້ອນການນີ້ແຫຼະ.” ມາລະໂກ 1:38
119 ບຸນດັງ ຕູ້ໄປສະນີ, ບຸນດັງ-ກູ, ຊອງນຳ-ຊີ, ກີຢັອງກີ-ໂດ, ສ. ເກົາຫຼີ
ໂທ 031-738-5999 ແຟັກ 031-738-5998
ສໍານັກງານໃຫຍ່: 50 ຊອງແນ, ບຸນດັງ-ກູ, ຊອງນຳ-ຊີ, ກີຢັອງກີ-ໂດ, ສ. ເກົາຫຼີ
ຄິດສະຕະຈັກແມ່: 35 ພັນກີໂຢ, ບຸນດັງ-ກູ, ຊອງນຳ-ຊີ, ກີຢັອງກີ-ໂດ, ສ. ເກົາຫຼີ
ⓒ ຄິດສະຕະຈັກຂອງພະເຈົ້າ ສະມາຄົມເຜີຍແຜ່ຂ່າວປະເສີດທົ່ວໂລກ ສະຫງວນລິຂະສິດ. ນະໂຍບາຍສ່ວນບຸກຄົນ