ບັນດາຜູ້ທີ່ຢືນຢູ່ຝ່າຍພະເຈົ້າຍຶດຖື ແລະ ປະຕິບັດຕາມມື້ພະ ເຊິ່ງເປັນພະບັນຍັດຂອງພະອົງຢ່າງສັກສິດ. ໃນທາງກົງກັນຂ້າມ, ບັນດາຜູ້ທີ່ຢູ່ຝ່າຍຊາຕານໄດ້ຕໍ່ຕ້ານມື້ພະ ເຊິ່ງເປັນພະປະສົງຂອງພະເຈົ້າ. ໄດ້ມີບັນທຶກໄວ້ໃນພະຄໍາພີວ່າ ໃນທີ່ສຸດພວກເຂົາຈະຫຼອກລວງມະນຸດທັງໂລກ ແລະ ນໍາໄປສູ່ການທໍາລາຍ.
ປະຊາຊົນຂອງພະເຈົ້າຜູ້ທີ່ຢືນຢູ່ຝ່າຍພະເຈົ້າ ປະຕິບັດຕາມພະບັນຍັດຂອງພະອົງຢ່າງແນ່ນອນ. ອັກຄະທູດໂຢຮັນໄດ້ພັນລະນາເຖິງບັນດາຜູ້ທີ່ຕິດຕາມລູກແກະພະເຈົ້າໃນທຸກທີ່ທຸກບ່ອນທີ່ພະອົງໄປນັ້ນວ່າ “ປະຊາຊົນຂອງພະເຈົ້າ”. ເພິ່ນໄດ້ກ່າວວ່າ ພວກເຂົາເປັນຜູ້ທີ່ປະຕິບັດຕາມພະບັນຍັດຂອງພະເຈົ້າຈົນເຖິງສຸດທ້າຍດ້ວຍຄວາມອົດທົນ.
ເລື່ອງນີ້ແມ່ນຮຽກຮ້ອງປະຊາຊົນຂອງພະເຈົ້າ ໃຫ້ມີຄວາມອົດທົນຫຼາຍຄື: ພວກທີ່ປະຕິບັດຕາມ ບັນຍັດຂອງພະເຈົ້າ ແລະ ພວກທີ່ສັດຊື່ຕໍ່ພະເຢຊູ. ພະນິມິດ 14:12
ຈົ່ງຖືມື້ພະ ແລະ ຍຶດຖືໄວ້ເປັນມື້ສັກສິດ. ອົບພະຍົບ 20:8
119 ບຸນດັງ ຕູ້ໄປສະນີ, ບຸນດັງ-ກູ, ຊອງນຳ-ຊີ, ກີຢັອງກີ-ໂດ, ສ. ເກົາຫຼີ
ໂທ 031-738-5999 ແຟັກ 031-738-5998
ສໍານັກງານໃຫຍ່: 50 ຊອງແນ, ບຸນດັງ-ກູ, ຊອງນຳ-ຊີ, ກີຢັອງກີ-ໂດ, ສ. ເກົາຫຼີ
ຄິດສະຕະຈັກແມ່: 35 ພັນກີໂຢ, ບຸນດັງ-ກູ, ຊອງນຳ-ຊີ, ກີຢັອງກີ-ໂດ, ສ. ເກົາຫຼີ
ⓒ ຄິດສະຕະຈັກຂອງພະເຈົ້າ ສະມາຄົມເຜີຍແຜ່ຂ່າວປະເສີດທົ່ວໂລກ ສະຫງວນລິຂະສິດ. ນະໂຍບາຍສ່ວນບຸກຄົນ