ຖ້າພວກເຮົາລະເມີດພະສັນຍາຂອງພະເຈົ້າ ແລະ ຫັນໜີຈາກຄວາມບໍລິສຸດ ແລະ ຄວາມເຫຼື້ອມໃສໃນພະເຈົ້າ ພວກເຮົາກໍຈະຖືກພິພາກສາ. ຢູ່ເບື້ອງຫຼັງການພິພາກສາຂອງພະເຈົ້າຕໍ່ໂລກ ໃນສະໄໝຂອງໂນອາ, ໃນໂຊໂດມ ແລະ ໂກໂມລາ ແລະ ໃນສະໄໝສຸດທ້າຍນີ້ມີສ່ວນທີ່ຄືກັນເຊັ່ນ: ຜູ້ຄົນປະຖິ້ມພະເຈົ້າ ແລະ ກາຍເປັນກະບົດ, ຊົ່ວຮ້າຍ ແລະ ຫຼິ້ນຊູ້.
ໃນທຸກມື້ນີ້, ເຊັ່ນດຽວກັບໂນອາ, ພວກເຮົາຕ້ອງມີຄວາມເຊື່ອທີ່ໝັ້ນຄົງໃນສິ່ງທີ່ຍັງບໍ່ເຄີຍເຫັນ. ໂດຍເຊື່ອໃນຄໍາທໍານວາຍໃນພະຄໍາພີທີ່ວ່າພະເຈົ້າຈະຊົງພິພາກສາໂລກທີ່ຊົ່ວຮ້າຍດ້ວຍໄຟ, ຄິດສະຕະຈັກຂອງພະເຈົ້າຈຶ່ງປະກາດເທດສະການປັດສະຄາຄໍາໝັ້ນສັນຍາໃໝ່, ເຊິ່ງປະກອບດ້ວຍຄໍາສັນຍາຂອງພະເຈົ້າທີ່ຈະຊ່ວຍໂລກໃຫ້ພົ້ນຈາກໄພພິບັດ.
ແລະຍ້ອນນໍ້ານີ້ແຫຼະ ໂລກໃນສະໄໝໂບຮານຈຶ່ງຖືກທໍາລາຍດ້ວຍນໍ້າຖ້ວມ. ໂດຍຂໍ້ຄໍາສັ່ງຂອງພະເຈົ້າອັນດຽວກັນນີ້ ສະຫວັນຊັ້ນຟ້າ ແລະ ແຜ່ນດິນໂລກໃນປະຈຸບັນນີ້ ຈຶ່ງຖືກສະຫງວນໄວ້ໃຫ້ຖືກທໍາລາຍດ້ວຍໄຟຄື: ຖືກຮັກສາໄວ້ຈົນກວ່າຈະເຖິງມື້ທີ່ພວກບໍ່ນັບຖືພະເຈົ້າຈະຖືກຕັດສິນ ແລະ ຖືກທໍາລາຍ. 2 ເປໂຕ 3:6-7
ອັນນີ້ແຫຼະແມ່ນສະຫຼອງປັດສະຄາ... ເລືອດທີ່ປະຕູເຮືອນນັ້ນຈະເປັນເຄື່ອງໝາຍບອກວ່າ ເປັນເຮືອນທີ່ພວກເຈົ້າອາໄສຢູ່. ເມື່ອເຮົາເຫັນເລືອດນັ້ນເຮົາຈະຜ່ານເວັ້ນໄປ ແລະ ຈະບໍ່ທໍາຮ້າຍພວກເຈົ້າ ເວລາເຮົາລົງໂທດຊາວເອຢິບ. [ອົບພະຍົບ 12:11-13]
119 ບຸນດັງ ຕູ້ໄປສະນີ, ບຸນດັງ-ກູ, ຊອງນຳ-ຊີ, ກີຢັອງກີ-ໂດ, ສ. ເກົາຫຼີ
ໂທ 031-738-5999 ແຟັກ 031-738-5998
ສໍານັກງານໃຫຍ່: 50 ຊອງແນ, ບຸນດັງ-ກູ, ຊອງນຳ-ຊີ, ກີຢັອງກີ-ໂດ, ສ. ເກົາຫຼີ
ຄິດສະຕະຈັກແມ່: 35 ພັນກີໂຢ, ບຸນດັງ-ກູ, ຊອງນຳ-ຊີ, ກີຢັອງກີ-ໂດ, ສ. ເກົາຫຼີ
ⓒ ຄິດສະຕະຈັກຂອງພະເຈົ້າ ສະມາຄົມເຜີຍແຜ່ຂ່າວປະເສີດທົ່ວໂລກ ສະຫງວນລິຂະສິດ. ນະໂຍບາຍສ່ວນບຸກຄົນ