ຜູ້ທີ່ເຊື່ອໃນພະເຈົ້າ ຕ້ອງປະຕິບັດຕາມເທດສະການປຸກຕູບຢູ່ ຕາມຄໍາສັ່ງສອນຂອງພະເຈົ້າ. ເພາະພະເຈົ້າໄດ້ຊົງກ່າວຜ່ານຜູ້ປະກາດພະຄໍາເສກາລີຢາວ່າ ພະອົງຈະຊົງປະທານພະວິນຍານບໍລິສຸດແກ່ຜູ້ທີ່ປະຕິບັດຕາມເທດສະການປຸກຕູບຢູ່ ແລະ ຈະລົງໂທດຜູ້ທີ່ບໍ່ປະຕິບັດຕາມ.
ໃນການສະເດັດມາເທື່ອທໍາອິດ ພະເຢຊູຊົງປະທານພະວິນຍານບໍລິສຸດ, ໃນການສະເດັດມາເທື່ອທີສອງ ພະວິນຍານ ແລະ ເຈົ້າສາວ ຊົງປະທານພະວິນຍານບໍລິສຸດໃນເທດສະການປຸກຕູບຢູ່. ຄໍາທໍານວາຍໃນພະຄໍາພີທີ່ວ່າ “ພະວິນຍານ ແລະ ເຈົ້າສາວ ຊົງປະທານນໍ້າແຫ່ງຊີວິດ”, “ນໍ້າພຸຈະໄຫຼອອກມາຈາກກຸງເຢລູຊາເລັມ” ແລະ “ແມ່ນໍ້າແຫ່ງຊີວິດມາຈາກບັນລັງຂອງພະເຈົ້າ” ລ້ວນແຕ່ເປັນຄໍາທໍານວາຍທີ່ວ່າ ພະມານດາແຫ່ງສະຫວັນເຢລູຊາເລັມ ຈະຊົງປະທານພະວິນຍານບໍລິສຸດ ແລະ ຄໍາສອນທີ່ນໍາໄປສູ່ຊີວິດແກ່ມະນຸດທັງຫຼາຍ.
ເທດສະການປຸກຕູບຢູ່ຂອງຊາວຢິວກໍໃກ້ເຂົ້າມາແລ້ວ ໃນມື້ສຸດທ້າຍອັນເປັນມື້ສໍາຄັນທີ່ສຸດຂອງເທດສະການ ພະເຢຊູໄດ້ຢືນຂຶ້ນແລະຮ້ອງດັງໆວ່າ ... ດັ່ງທີ່ມີຂຽນໄວ້ໃນພະຄໍາພີວ່າ ‘ຜູ້ໃດກໍຕາມທີ່ເຊື່ອໃນເຮົາ ສາຍນໍ້າແຫ່ງຊີວິດຈະໄຫຼອອກຈາກຜູ້ນັ້ນ.’” ສິ່ງທີ່ພະເຢຊູໄດ້ກ່າວນັ້ນໝາຍເຖິງພະວິນຍານ ເຊິ່ງຜູ້ທີ່ເຊື່ອໃນພະອົງຈະໄດ້ຮັບ ... ໂຢຮັນ 7:2-39
ແລ້ວພະວິນຍານ ແລະ ເຈົ້າສາວກໍກ່າວວ່າ “ມາເທາະ!” ທຸກໆຄົນທີ່ຍິນເລື່ອງນີ້ກໍຕ້ອງເວົ້າຄືກັນວ່າ “ມາເທາະ!” ຈົ່ງມາເທາະ ຜູ້ໃດກໍຕາມທີ່ຫິວນໍ້າ; ຈົ່ງຮັບເອົານໍ້າແຫ່ງຊີວິດໄປດື່ມໂດຍບໍ່ຕ້ອງເສຍຄ່າ. ພະນິມິດ 22:17
119 ບຸນດັງ ຕູ້ໄປສະນີ, ບຸນດັງ-ກູ, ຊອງນຳ-ຊີ, ກີຢັອງກີ-ໂດ, ສ. ເກົາຫຼີ
ໂທ 031-738-5999 ແຟັກ 031-738-5998
ສໍານັກງານໃຫຍ່: 50 ຊອງແນ, ບຸນດັງ-ກູ, ຊອງນຳ-ຊີ, ກີຢັອງກີ-ໂດ, ສ. ເກົາຫຼີ
ຄິດສະຕະຈັກແມ່: 35 ພັນກີໂຢ, ບຸນດັງ-ກູ, ຊອງນຳ-ຊີ, ກີຢັອງກີ-ໂດ, ສ. ເກົາຫຼີ
ⓒ ຄິດສະຕະຈັກຂອງພະເຈົ້າ ສະມາຄົມເຜີຍແຜ່ຂ່າວປະເສີດທົ່ວໂລກ ສະຫງວນລິຂະສິດ. ນະໂຍບາຍສ່ວນບຸກຄົນ