ໃນສະໄໝນີ້, ພະອັນຊັງໂຮງໄດ້ຊົງສະເດັດມາສູ່ໂລກນີ້ຕາມຄໍາທໍານວາຍ, ໄດ້ຊົງສ້າງຕັ້ງຄິດສະຕະຈັກຂອງພະເຈົ້າ ແລະ ໄດ້ຊົງປະກາດໃຫ້ຮູ້ຈັກເຖິງພະມານດາແຫ່ງສະຫວັນ ເຢລູຊາເລັມ ໂດຍຊົງກ່າວວ່າ “ຂ້ອຍຕິດຕາມພະມານດາ.” ດັ່ງທີ່ໄດ້ທໍານາຍໄວ້, ສະຫງ່າລາສີຂອງພະມານດາແຫ່ງສະຫວັນ ເຢລູຊາເລັມ ໄດ້ກາຍເປັນແສງແຫ່ງຄວາມຫວັງໃນໂລກທີ່ມືດມົນນີ້.
ເມື່ອຜູ້ເຊື່ອຖືສ່ອງແສງຄວາມສະຫວ່າງຂອງເຢລູຊາເລັມ ໂດຍເຊື່ອວ່າ ນີ້ແມ່ນຂ່າວປະເສີດທີ່ພະເຈົ້າຊົງນໍາພາ, ຜູ້ຄົນທີ່ມີພາສາ ແລະ ວັດທະນະທໍາທີ່ແຕກຕ່າງກັນຈາກທົ່ວໂລກ ກໍພາກັນຮີບຮ້ອນກັບຄືນມາສູ່ສີໂອນ. ສໍາລັບບັນດາລູກຂອງພະອົງ ຜູ້ທີ່ເຊື່ອໃນຄໍາທໍານວາຍ ແລະ ສາດສ່ອງສະຫງ່າລາສີຂອງພະມານດາ ເຢລູຊາເລັມ, ພະເຈົ້າໄດ້ຊົງສໍາເລັດພະສັນຍາຂອງພະອົງທີ່ວ່າ “ພວກເຂົາຈະໄດ້ຮັບອໍານາດແຫ່ງກະສັດ ແລະ ຈະຮັກສາອໍານາດນັ້ນໄວ້ໄດ້ຕະຫຼອດໄປ.”
ສ່ວນຊົນຊາດອື່ນໆນັ້ນມືດຈະປົກຄຸມພວກເຂົາ ແຕ່ສຳລັບເຈົ້າເອງແສງແຈ້ງຈະສ່ອງໃສ່ເຈົ້າ; ເປັນແສງແຈ້ງທີ່ມາຈາກພະຜູ້ເປັນເຈົ້າເນີ ຄືພະອົງຈະມາຢູ່ນໍາດ້ວຍສະຫງ່າລາສີນັ້ນ. ແສງແຈ້ງຂອງເຈົ້າຈະນໍາບັນດາຊົນຊາດເຂົ້າມາ ກະສັດຈະເຂົ້າສູ່ແສງແຈ້ງໃນມື້ໃໝ່ຂອງເຈົ້າ. ເອຊາຢາ 60:2-3
ປະຊາຊົນຂອງພະເຈົ້າອົງສູງສຸດຈະໄດ້ຮັບອໍານາດແຫ່ງກະສັດ ແລະຈະຮັກສາອໍານາດນັ້ນໄວ້ໄດ້ຕະຫຼອດໄປ.” ດານີເອນ 7:18
119 ບຸນດັງ ຕູ້ໄປສະນີ, ບຸນດັງ-ກູ, ຊອງນຳ-ຊີ, ກີຢັອງກີ-ໂດ, ສ. ເກົາຫຼີ
ໂທ 031-738-5999 ແຟັກ 031-738-5998
ສໍານັກງານໃຫຍ່: 50 ຊອງແນ, ບຸນດັງ-ກູ, ຊອງນຳ-ຊີ, ກີຢັອງກີ-ໂດ, ສ. ເກົາຫຼີ
ຄິດສະຕະຈັກແມ່: 35 ພັນກີໂຢ, ບຸນດັງ-ກູ, ຊອງນຳ-ຊີ, ກີຢັອງກີ-ໂດ, ສ. ເກົາຫຼີ
ⓒ ຄິດສະຕະຈັກຂອງພະເຈົ້າ ສະມາຄົມເຜີຍແຜ່ຂ່າວປະເສີດທົ່ວໂລກ ສະຫງວນລິຂະສິດ. ນະໂຍບາຍສ່ວນບຸກຄົນ