ໃນສະໄໝພະວິນຍານບໍລິສຸດ, ພະເຈົ້າໄດ້ຊົງທໍານວາຍໄວ້ໃນພະຄໍາພີວ່າ ຈະມີການຕໍ່ສູ້ຝ່າຍຈິດວິນຍານທີ່ຍິ່ງໃຫຍ່ ລະຫວ່າງຜູ້ຍິງ ແລະ ເຊື້ອສາຍທີ່ເຫຼືອຂອງນາງ ກັບ ຊາຕານ ແລະ ຜູ້ຕິດຕາມຂອງມັນ. ເມື່ອພະເຈົ້າຊົງແຍກຜູ້ທີ່ຈະໄດ້ຮັບຄວາມພົ້ນ ອອກຈາກຜູ້ທີ່ຈະບໍ່ໄດ້ຮັບນັ້ນ, ພຽງແຕ່ຢືນຢູ່ຝ່າຍຂອງຜູ້ຍິງ ຜູ້ຊົງເປັນພະເຈົ້າພະມານດາເທົ່ານັ້ນ, ພວກເຮົາຈຶ່ງສາມາດເອົາຊະນະການຕໍ່ສູ້ຝ່າຍຈິດວິນຍານຄັ້ງຍິ່ງໃຫຍ່ ແລະ ຮັບພະພອນແຫ່ງຄວາມພົ້ນໄດ້.
ພະເຈົ້າພະອັນຊັງໂຮງຊົງໃຫ້ພວກເຮົາຮູ້ຢ່າງຊັດເຈນວ່າ ພະເຈົ້າພະມານດາຊົງດໍາລົງຢູ່ ໂດຍຜ່ານລະບົບຄອບຄົວແຜ່ນດິນໂລກ ແລະ ຂະບວນການເນລະມິດສ້າງຂອງເອວາ ແລະ ຊົງໃຫ້ຮູ້ວ່າ ສະມາຊິກໃນຄິດສະຕະຈັກຂອງພະເຈົ້າ ຄືເຊື້ອສາຍທີ່ເຫຼືອຂອງຜູ້ຍິງນັ້ນ ຄວນປະກາດພະສະຫງ່າລາສີຂອງພະມານດາເຢລູຊາເລັມໄປສູ່ທົ່ວໂລກ.
ຝ່າຍພະຍານາກກໍຄຽດແຄ້ນຢ່າງໃຫຍ່ໃຫ້ຍິງນັ້ນ ແລະ ອອກໄປຕໍ່ສູ້ກັບເຊື້ອສາຍຂອງນາງທີ່ເຫຼືອຄື: ທຸກຄົນທີ່ປະຕິບັດຕາມບັນຍັດຂອງພະເຈົ້າ ແລະ ຊື່ສັດຕໍ່ຄວາມຈິງເຊິ່ງຖືກເປີດເຜີຍໂດຍພະເຢຊູ. ຝ່າຍພະຍານາກກໍໄດ້ຢືນຢູ່ທີ່ແຄມທະເລ. ]ພະນິມິດ 12:17-18]
ເທິງກຳແພງເມືອງເຈົ້າ ກຸງເຢລູຊາເລັມເອີຍ! ເຮົາໄດ້ວາງຄົນຍາມຫຼາຍໆຄົນໄວ້; ເຂົາບໍ່ຕ້ອງມິດງຽບໃນກາງເວັນ ຫຼື ກາງຄືນ ເຂົາຕ້ອງບອກພະຜູ້ເປັນເຈົ້າໃຫ້ຈື່ຈໍາເລື້ອຍໆ ຄືໃຫ້ລະນຶກເຖິງຄໍາສັນຍາຂອງພະອົງ ແລະ ບໍ່ປ່ອຍໃຫ້ພະອົງລືມໄລຈັກເທື່ອ. ເຂົາຈະບໍ່ໃຫ້ພະອົງໄດ້ພັກຜ່ອນຫຼັບນອນ ຈົນກວ່າພະອົງໄດ້ສ້າງກຸງເຢລູຊາເລັມຂຶ້ນໃໝ່ ຈົນກວ່າໄດ້ເຮັດໃຫ້ກຸງນີ້ກາຍເປັນພະນະຄອນ ເຊິ່ງເປັນທີ່ຍົກຍໍຂອງຄົນທົ່ວທຸກມຸມໂລກ. ]ເອຊາຢາ 62:6-7[
119 ບຸນດັງ ຕູ້ໄປສະນີ, ບຸນດັງ-ກູ, ຊອງນຳ-ຊີ, ກີຢັອງກີ-ໂດ, ສ. ເກົາຫຼີ
ໂທ 031-738-5999 ແຟັກ 031-738-5998
ສໍານັກງານໃຫຍ່: 50 ຊອງແນ, ບຸນດັງ-ກູ, ຊອງນຳ-ຊີ, ກີຢັອງກີ-ໂດ, ສ. ເກົາຫຼີ
ຄິດສະຕະຈັກແມ່: 35 ພັນກີໂຢ, ບຸນດັງ-ກູ, ຊອງນຳ-ຊີ, ກີຢັອງກີ-ໂດ, ສ. ເກົາຫຼີ
ⓒ ຄິດສະຕະຈັກຂອງພະເຈົ້າ ສະມາຄົມເຜີຍແຜ່ຂ່າວປະເສີດທົ່ວໂລກ ສະຫງວນລິຂະສິດ. ນະໂຍບາຍສ່ວນບຸກຄົນ