ສິດທິໃນການເຂົ້າສູ່ອານາຈັກສະຫວັນນັ້ນ ເປັນຂອງສະເພາະຜູ້ທີ່ປະຕິບັດຕາມພະປະສົງຂອງພະເຈົ້າເທົ່ານັ້ນ. ພະຄໍາພີແມ່ນສານແຫ່ງຄວາມພົ້ນຂອງພະເຈົ້າ ທີ່ສົ່ງເຖິງມະນຸດຊາດ, ຖືກບັນທຶກໂດຍບັນດາຜູ້ປະກາດພະຄໍາທີ່ໄດ້ຮັບການດົນໃຈຈາກພະວິນຍານບໍລິສຸດ ເພື່ອບັນທຶກພະປະສົງຂອງພະອົງ. ນີ້ແມ່ນເຫດຜົນທີ່ພະເຈົ້າຊົງສັ່ງວ່າ ພວກເຮົາບໍ່ຕ້ອງຕື່ມໃສ່ ຫຼື ຕັດຖ້ອຍຄໍາອອກຈາກພະຄໍາພີຈັກເທື່ອ.
ໃນພະຄໍາພີ, ພະເຈົ້າໄດ້ຖືກກ່າວເຖິງໃນຮູບພະຫຸພົດ, ບໍ່ແມ່ນຮູບເອກະພົດ ປະມານ 2,500 ເທື່ອ. ຍິ່ງໄປກວ່ານັ້ນ, ພະຄໍາພີໄດ້ພິຍານວ່າ ເຊັ່ນດຽວກັບທີ່ມີແມ່ໃນໂລກຂອງພືດ ແລະ ໂລກຂອງສັດ ທີ່ຖືກສ້າງຂຶ້ນຕາມພະປະສົງຂອງພະເຈົ້າ, ໃນອານາຈັກສະຫວັນກໍມີພະເຈົ້າພະມານດາ ຜູ້ຊົງປະທານຊີວິດນິລັນ ແລະ ມີຄອບຄົວຝ່າຍຈິດວິນຍານໃນສະຫວັນເຊັ່ນກັນ.
ດັ່ງນັ້ນແຫຼະ ພະຜູ້ເປັນເຈົ້າຈຶ່ງກ່າວວ່າ “ພວກເຈົ້າຕ້ອງໜີຈາກເຂົາ ແລະ ແຍກຕົວອອກຈາກເຂົາ ຢ່າສໍາພັດກັບສິ່ງທີ່ເປັນມົນທິນ ແລະ ເຮົາກໍຈະຮັບເອົາພວກເຈົ້າ. ເຮົາຈະເປັນພໍ່ຂອງພວກເຈົ້າ ພວກເຈົ້າຈະເປັນລູກຊາຍຍິງຂອງເຮົາ ພະຜູ້ເປັນເຈົ້າອົງຊົງລິດອໍານາດຍິ່ງໃຫຍ່ກ່າວຈາດັ່ງນີ້.” [2 ໂກລິນໂທ 6:17-18]
ແຕ່ກຸງເຢລູຊາເລັມທີ່ເທິງຊັ້ນຟ້ານັ້ນເປັນອິດສະຫຼະ ແລະ ນາງກໍເປັນແມ່ຂອງພວກເຮົາ. [ຄາລາເຕຍ 4:26]
119 ບຸນດັງ ຕູ້ໄປສະນີ, ບຸນດັງ-ກູ, ຊອງນຳ-ຊີ, ກີຢັອງກີ-ໂດ, ສ. ເກົາຫຼີ
ໂທ 031-738-5999 ແຟັກ 031-738-5998
ສໍານັກງານໃຫຍ່: 50 ຊອງແນ, ບຸນດັງ-ກູ, ຊອງນຳ-ຊີ, ກີຢັອງກີ-ໂດ, ສ. ເກົາຫຼີ
ຄິດສະຕະຈັກແມ່: 35 ພັນກີໂຢ, ບຸນດັງ-ກູ, ຊອງນຳ-ຊີ, ກີຢັອງກີ-ໂດ, ສ. ເກົາຫຼີ
ⓒ ຄິດສະຕະຈັກຂອງພະເຈົ້າ ສະມາຄົມເຜີຍແຜ່ຂ່າວປະເສີດທົ່ວໂລກ ສະຫງວນລິຂະສິດ. ນະໂຍບາຍສ່ວນບຸກຄົນ