ດັ່ງທີ່ພະເຈົ້າໄດ້ຊົງໃຊ້ໄມ້ເທົ້າຂອງຄົນລ້ຽງແກະ ເພື່ອແຍກທະເລແດງ ແລະ ຊົງເຮັດໃຫ້ນ້ຳພຸໄຫຼອອກມາຈາກໂງ່ນຫີນ, ສິ່ງໃດກໍຕາມທີ່ຢູ່ໃນມືຂອງພະເຈົ້າ ກໍລ້ວນແຕ່ມີລິດອໍານາດອັນຍິ່ງໃຫຍ່ສະເໝີ.
ໃນມື້ນີ້, ຄິດສະຕະຈັກຂອງພະເຈົ້າ ເຊິ່ງໄດ້ຮັບພາລະກິດໃນການປະກາດຂ່າວປະເສີດ ໃນຊາມາເລຍ ແລະ ເຖິງທີ່ສຸດແຜ່ນດິນໂລກ ກໍາລັງສໍາເລັດຂ່າວປະເສີດທົ່ວໂລກ ໂດຍຜ່ານລິດອໍານາດຂອງພະເຈົ້າ, ບໍ່ແມ່ນໂດຍຜ່ານຄວາມພະຍາຍາມສ່ວນບຸກຄົນເທົ່ານັ້ນ.
ເໝືອນດັ່ງແຊມຊັນທີ່ເອົາຊະນະຊາວຟີລິດສະຕິນໜຶ່ງພັນຄົນ ດ້ວຍກະດູກຄາງຂອງລໍ, ເໝືອນດັ່ງຊາຍໜຸ່ມດາວິດ ທີ່ຕໍ່ສູ້ກັບໂກລີອາດທີ່ມີຮູບຮ່າງໃຫຍ່ສູງ ແລະ ເໝືອນດັ່ງເປໂຕ, ໂຢຮັນ ແລະ ຢາໂກໂບ ທີ່ເປັນຊາວປະມົງ, ໃນສະໄໝນີ້, ຜູ້ທີ່ເຊື່ອໃນພະຄິດ ພະອັນຊັງໂຮງ ແລະ ພະເຈົ້າ ພະມານດາ ແລະ ມີຄວາມຫວັງໃນອານາຈັກສະຫວັນ ກໍກໍາລັງສ້າງປະຫວັດສາດອັນຍິ່ງໃຫຍ່.
ບັດນີ້ພີ່ນ້ອງທັງຫຼາຍເອີຍ ຈົ່ງພິຈາລະນາເບິ່ງວ່າ ພວກເຈົ້າເປັນຄົນຢ່າງໃດ ເມື່ອພະເຈົ້າໄດ້ເອີ້ນເອົາພວກເຈົ້ານັ້ນ. ຕາມທັດສະນະຂອງມະນຸດແລ້ວ ໃນພວກເຈົ້າມີນ້ອຍຄົນທີ່ເປັນຄົນສະຫຼາດ, ມີນ້ອຍຄົນທີ່ມີອໍານາດ, ມີນ້ອຍຄົນທີ່ມີຖານະສູງ. ແຕ່ພະເຈົ້າໄດ້ເລືອກເອົາສິ່ງທີ່ໂລກຖືວ່າໂງ່ ເພື່ອໃຫ້ຄົນສະຫຼາດຖືກອັບອາຍ; ແລະ ພະອົງໄດ້ເລືອກເອົາສິ່ງທີ່ໂລກຖືວ່າອ່ອນກໍາລັງ ເພື່ອໃຫ້ຄົນມີກໍາລັງຖືກອັບອາຍ. ... ເລື່ອງນີ້ໝາຍຄວາມວ່າ ບໍ່ມີມະນຸດຄົນໃດອວດຕົວຊ້ອງໜ້າພະເຈົ້າໄດ້. 1 ໂກລິນໂທ 1:26-29
119 ບຸນດັງ ຕູ້ໄປສະນີ, ບຸນດັງ-ກູ, ຊອງນຳ-ຊີ, ກີຢັອງກີ-ໂດ, ສ. ເກົາຫຼີ
ໂທ 031-738-5999 ແຟັກ 031-738-5998
ສໍານັກງານໃຫຍ່: 50 ຊອງແນ, ບຸນດັງ-ກູ, ຊອງນຳ-ຊີ, ກີຢັອງກີ-ໂດ, ສ. ເກົາຫຼີ
ຄິດສະຕະຈັກແມ່: 35 ພັນກີໂຢ, ບຸນດັງ-ກູ, ຊອງນຳ-ຊີ, ກີຢັອງກີ-ໂດ, ສ. ເກົາຫຼີ
ⓒ ຄິດສະຕະຈັກຂອງພະເຈົ້າ ສະມາຄົມເຜີຍແຜ່ຂ່າວປະເສີດທົ່ວໂລກ ສະຫງວນລິຂະສິດ. ນະໂຍບາຍສ່ວນບຸກຄົນ