ເນື່ອງຈາກພະເຢຊູໄດ້ຊົງສະເດັດມາເປັນມະນຸດ, ຊົງຮັບປະທານອາຫານຂອງມະນຸດ ແລະ ຊົງດໍາເນີນຊີວິດຄືກັນກັບມະນຸດ ຜູ້ຄົນຢ່າງຫຼວງຫຼາຍຈຶ່ງບໍ່ຮູ້ຈັກວ່າ ພະອົງຊົງເປັນພະເຈົ້າ ແລະ ໄດ້ປະຕິເສດພະອົງ. ນີ້ຈຶ່ງເປັນເຫດຜົນທີ່ພະຄໍາພີສອນພວກເຮົາວ່າ ຜູ້ໃດຜູ້ໜຶ່ງທີ່ຮັບຮູ້ວ່າ ພະເຢຊູຄິດໄດ້ມາຮັບຊາດເປັນມະນຸດ ຜູ້ນັ້ນມີພະວິນຍານທີ່ມາຈາກພະເຈົ້າ. ແຕ່ຜູ້ໃດຜູ້ໜຶ່ງທີ່ບໍ່ຍອມຮັບຢ່າງນີ້ ວິນຍານທີ່ມີຢູ່ໃນຄົນນັ້ນເປັນຂອງຜູ້ຕໍ່ສູ້ພະຄິດ
ໃນສະໄໝພະວິນຍານບໍລິສຸດ ພະອັນຊັງໂຮງ ແລະ ພະເຈົ້າພະມານດາ ໄດ້ຊົງສະເດັດມາເພື່ອຊ່ວຍມະນຸດຊາດໃຫ້ພົ້ນ. ເພື່ອໃຫ້ມະນຸດຊາດໄດ້ຮັບພະພອນແຫ່ງຄວາມພົ້ນຈາກພະເຈົ້າ ກ່ອນອື່ນໝົດ, ພວກເຂົາຕ້ອງປະຖິ້ມຄວາມຄິດຂອງຕົນເອງ ແລະ ເຊື່ອຄໍາທໍານວາຍໃນພະຄໍາພີທີ່ກ່າວໄວ້ວ່າ ພະເຈົ້າຈະຊົງສະເດັດມາເທື່ອທີສອງໃນສະພາບມະນຸດ.
ອົງທີ່ຕ້ອງການໃຫ້ທຸກຄົນໄດ້ເຖິງຄວາມພົ້ນ ແລະ ໃຫ້ມາຮູ້ຈັກຄວາມຈິງ. ດ້ວຍວ່າມີພະເຈົ້າອົງດຽວ ແລະ ມີຄົນກາງແຕ່ຜູ້ດຽວ ລະຫວ່າງພະເຈົ້າກັບມະນຸດຄົນຜູ້ໜຶ່ງຄື: ພະເຢຊູຄິດ. 1 ຕີໂມທີ 2:4-5
ພວກເຈົ້າຈະສາມາດຮູ້ວ່າເປັນວິນຍານທີ່ມາຈາກພະເຈົ້າໄດ້ຢ່າງນີ້: ຜູ້ໃດຜູ້ໜຶ່ງທີ່ຮັບຮູ້ວ່າ ພະເຢຊູຄິດໄດ້ມາຮັບຊາດເປັນມະນຸດ ຜູ້ນັ້ນມີພະວິນຍານທີ່ມາຈາກພະເຈົ້າ. ແຕ່ຜູ້ໃດຜູ້ໜຶ່ງທີ່ບໍ່ຍອມຮັບຢ່າງນີ້ກ່ຽວກັບພະເຢຊູ ຜູ້ນັ້ນກໍບໍ່ມີວິນຍານທີ່ມາຈາກພະເຈົ້າ. ວິນຍານທີ່ມີຢູ່ໃນຄົນນັ້ນເປັນຂອງຜູ້ຕໍ່ສູ້ພະຄິດ; 1 ໂຢຮັນ 4:2-3
119 ບຸນດັງ ຕູ້ໄປສະນີ, ບຸນດັງ-ກູ, ຊອງນຳ-ຊີ, ກີຢັອງກີ-ໂດ, ສ. ເກົາຫຼີ
ໂທ 031-738-5999 ແຟັກ 031-738-5998
ສໍານັກງານໃຫຍ່: 50 ຊອງແນ, ບຸນດັງ-ກູ, ຊອງນຳ-ຊີ, ກີຢັອງກີ-ໂດ, ສ. ເກົາຫຼີ
ຄິດສະຕະຈັກແມ່: 35 ພັນກີໂຢ, ບຸນດັງ-ກູ, ຊອງນຳ-ຊີ, ກີຢັອງກີ-ໂດ, ສ. ເກົາຫຼີ
ⓒ ຄິດສະຕະຈັກຂອງພະເຈົ້າ ສະມາຄົມເຜີຍແຜ່ຂ່າວປະເສີດທົ່ວໂລກ ສະຫງວນລິຂະສິດ. ນະໂຍບາຍສ່ວນບຸກຄົນ