ພະເຈົ້າໄດ້ຊົງສ້າງຜູ້ທີ່ມີສິດທິພົນລະເມືອງແຫ່ງສະຫວັນ ໃຫ້ມີຫົວໃຈທີ່ຮັກມື້ພະ, ເທດສະການປັດສະຄາ ແລະ ເທດສະການສາມປາງເຈັດຊະນິດ ເພື່ອໃຫ້ພວກເຂົາປະຕິບັດຕາມພະບັນຍັດຂອງພະອົງ. ດັ່ງນັ້ນ, ສໍາລັບທຸກຄົນທີ່ເອີ້ນຫາພະເຈົ້າດ້ວຍຮີມສົບ ແຕ່ປະຕິບັດຕາມບັນຍັດຂອງພະຕາເວັນແທນທີ່ຈະເປັນພະບັນຍັດຂອງພະເຈົ້າ, ພະອົງຈຶ່ງຊົງເຕືອນເຖິງບາບຂອງພວກເຂົາ ໂດຍຊົງກ່າວວ່າ “ເຮົາບໍ່ຮູ້ຈັກພວກເຈົ້າ”.
ເຖິງແມ່ນວ່າທົ່ວໂລກຈະປ່ຽນແປງໄປ, ແຕ່ສິ່ງໜຶ່ງທີ່ບໍ່ເຄີຍປ່ຽນແປງເລີຍນັ້ນແມ່ນພະບັນຍັດຂອງພະເຈົ້າ. ພະເຢຊູໄດ້ຊົງປະຕິບັດຕາມເທດສະການປັດສະຄາເມື່ອ 2,000 ປີກ່ອນ ແລະ ພະຄິດ ພະອັນຊັງໂຮງ ແລະ ພະເຈົ້າພະມານດາກໍໄດ້ຊົງປະຕິບັດຕາມເຊັ່ນກັນໃນສະໄໝພະວິນຍານບໍລິສຸດ. ການຕິດຕາມແບບຢ່າງຂອງພະອົງ ໂດຍການປະຕິບັດຕາມເທດສະການປັດສະຄາ ແມ່ນຄວາມເຊື່ອທີ່ຖືກຕ້ອງ ເຊິ່ງມີພະເຈົ້າເປັນສູນກາງ.
“ບໍ່ແມ່ນວ່າທຸກຄົນທີ່ເອີ້ນເຮົາວ່າ ‘ນາຍເຈົ້າຂ້າ ນາຍເຈົ້າຂ້າ’ ຈະເຂົ້າໄປໃນອານາຈັກຂອງພະເຈົ້າ ເຂົ້າໄດ້ແຕ່ຜູ້ທີ່ປະຕິບັດຕາມພະບິດາຂອງເຮົາຜູ້ສະຖິດຢູ່ໃນສະຫວັນ ຕ້ອງການໃຫ້ເຂົາປະຕິບັດຕາມເທົ່ານັ້ນ. ແລ້ວເຮົາກໍຈະປະກາດຕໍ່ພວກເຂົາວ່າ ‘ເຮົາບໍ່ເຄີຍຮູ້ຈັກພວກເຈົ້າ. ຖອຍໜີໄປຈາກເຮົາ ພວກເຈົ້າຄົນທີ່ເຮັດການຊົ່ວຮ້າຍ!’ ມັດທາຍ 7:21-23
ແຕ່ຖ້າຜູ້ໃດຜູ້ໜຶ່ງຫາກບໍ່ເປັນມົນທິນ ແລະ ບໍ່ໄດ້ເດີນທາງໄກ ແລະ ຜູ້ນັ້ນບໍ່ໄດ້ຖືປັດສະຄານີ້ ກໍຢ່າຖືລາວວ່າເປັນປະຊາຊົນຂອງເຮົາອີກຕໍ່ໄປ; ... ລາວຕ້ອງຮັບຜົນບາບກໍາທີ່ຕົນໄດ້ກະທໍານັ້ນ. ຈົດເຊັນບັນຊີ 9:13
119 ບຸນດັງ ຕູ້ໄປສະນີ, ບຸນດັງ-ກູ, ຊອງນຳ-ຊີ, ກີຢັອງກີ-ໂດ, ສ. ເກົາຫຼີ
ໂທ 031-738-5999 ແຟັກ 031-738-5998
ສໍານັກງານໃຫຍ່: 50 ຊອງແນ, ບຸນດັງ-ກູ, ຊອງນຳ-ຊີ, ກີຢັອງກີ-ໂດ, ສ. ເກົາຫຼີ
ຄິດສະຕະຈັກແມ່: 35 ພັນກີໂຢ, ບຸນດັງ-ກູ, ຊອງນຳ-ຊີ, ກີຢັອງກີ-ໂດ, ສ. ເກົາຫຼີ
ⓒ ຄິດສະຕະຈັກຂອງພະເຈົ້າ ສະມາຄົມເຜີຍແຜ່ຂ່າວປະເສີດທົ່ວໂລກ ສະຫງວນລິຂະສິດ. ນະໂຍບາຍສ່ວນບຸກຄົນ