ເຖິງແມ່ນວ່າ ຢູດາອິດສະກາລີໂອດ ເປັນສາວົກຂອງພະເຢຊູ ແຕ່ຈິດໃຈຂອງລາວມຸ່ງໄປທີ່ຄວາມຮັ່ງມີທາງວັດຖຸສິ່ງຂອງຫຼາຍກວ່າອານາຈັກສະຫວັນ ລາວຈຶ່ງໄດ້ລັກເອົາເງິນຈາກຖົງເງິນທີ່ຕົນຮັບຜິດຊອບ ແລະ ຍັງໄດ້ຕໍາໜິນາງມາລີທີ່ໃຊ້ນ້ຳມັນຫອມລາຄາແພງ ເພື່ອກະກຽມການຝັງສົບຂອງພະເຢຊູ. ດັ່ງປະຫວັດສາດຂອງດາວິດ ແລະ ອາຮີໂຕເຟນ ທີ່ເປັນເງົາແຫ່ງຄໍາທໍານວາຍ, ຢູດາໄດ້ຂາຍພະເຢຊູດ້ວຍເງິນສາມສິບຫຼຽນ ແລະ ໃນທີ່ສຸດກໍເຮັດໃຫ້ຄໍາທໍານວາຍກ່ຽວກັບຄວາມຕາຍຂອງຕົນເອງສໍາເລັດ ໂດຍການຜູກຄໍຕາຍ.
ດັ່ງທີ່ຢູດາອິດສະກາລີໂອດທີ່ຖືກລໍ້ລວງ ໂດຍຖົງເງິນທີ່ມອບໃຫ້ລາວຮັບຜິດຊອບ, ພວກເຮົາກໍຕ້ອງລະມັດລະວັງຕໍ່ການລໍ້ລວງຂອງຊາຕານເຊັ່ນກັນ ເຊິ່ງມັກຈະເກີດຂຶ້ນຈາກສິ່ງອ້ອມຂ້າງພວກເຮົາ. ພວກເຮົາຕ້ອງດໍາເນີນຊີວິດແຫ່ງຄວາມເຊື່ອ ໂດຍຜ່ານຄໍາເວົ້າ ແລະ ການກະທໍາຢ່າງມີພະຄຸນ. ຜູ້ທີ່ຕິດຕາມທາງແຫ່ງສະຫວັນຢ່າງສັດຊື່ ຕາມການນໍາພາຂອງ ພະອັນຊັງໂຮງ ແລະ ພະເຈົ້າພະມານດາ ຈະຖວາຍພະກຽດແດ່ພະເຈົ້າ ແລະ ເພີດເພີນກັບສະຫງ່າລາສີອັນຕະຫຼອດໄປເປັນນິດໃນອານາຈັກສະຫວັນ.
ດ້ວຍວ່າ ພວກເຮົາບໍ່ໄດ້ເອົາສິ່ງໃດເຂົ້າມາໃນໂລກນີ້ສັນໃດ ພວກເຮົາກໍຈະເອົາສິ່ງໃດອອກໄປຈາກໂລກນີ້ບໍ່ໄດ້ສັນນັ້ນ. ເພາະວ່າການຮັກເງິນຄໍາເປັນເຄົ້າມູນຂອງຄວາມຊົ່ວທຸກຢ່າງ ແລະເພາະຄວາມໂລບນີ້ແຫຼະ ຈຶ່ງຊັກຈູງບາງຄົນໃຫ້ຫລົງໄປຈາກຄວາມເຊື່ອ ແລະແທງຕົວເອງຈົນຊອດ ດ້ວຍຄວາມເຈັບແສບຫລາຍປະການ. 1 ຕີໂມທີ 6:7-10
ພະເຢຊູເຈົ້າຊົງຕອບວ່າ “ແມ່ນຄົນໜຶ່ງໃນພວກເຈົ້າສິບສອງຄົນນີ້ແຫຼະ ຄືຜູ້ທີ່ເອົາເຂົາຈີ່ຈໍ້າຮ່ວມຖ້ວຍດຽວກັນກັບເຮົາ. ບຸດມະນຸດຈະຕາຍໄປຕາມທີ່ມີຂຽນໄວ້ໃນພະຄໍາພີເຖິງເລື່ອງເພິ່ນ, ແຕ່ໄພພິບັດຈະຕົກຖືກຜູ້ທີ່ທໍລະຍົດຕໍ່ບຸດມະນຸດ ຖ້າຄົນຜູ້ນີ້ບໍ່ເກີດມາກໍຈະເປັນການດີກວ່າ.” ມາລາໂກ 14:20-21
119 ບຸນດັງ ຕູ້ໄປສະນີ, ບຸນດັງ-ກູ, ຊອງນຳ-ຊີ, ກີຢັອງກີ-ໂດ, ສ. ເກົາຫຼີ
ໂທ 031-738-5999 ແຟັກ 031-738-5998
ສໍານັກງານໃຫຍ່: 50 ຊອງແນ, ບຸນດັງ-ກູ, ຊອງນຳ-ຊີ, ກີຢັອງກີ-ໂດ, ສ. ເກົາຫຼີ
ຄິດສະຕະຈັກແມ່: 35 ພັນກີໂຢ, ບຸນດັງ-ກູ, ຊອງນຳ-ຊີ, ກີຢັອງກີ-ໂດ, ສ. ເກົາຫຼີ
ⓒ ຄິດສະຕະຈັກຂອງພະເຈົ້າ ສະມາຄົມເຜີຍແຜ່ຂ່າວປະເສີດທົ່ວໂລກ ສະຫງວນລິຂະສິດ. ນະໂຍບາຍສ່ວນບຸກຄົນ