ດ້ວຍຄວາມປາຖະໜາອັນແຮງກ້າທີ່ຈະໃຫ້ມະນຸດຊາດທັງປວງມີຊີວິດ, ພະເຈົ້າໄດ້ຊົງຕັ້ງພະສັນຍາທີ່ຍິ່ງໃຫຍ່ແຫ່ງປັດສະຄາໄວ້. ໃນຄືນກ່ອນທີ່ພະອົງຈະຊົງສິ້ນພະຊົນເທິງໄມ້ກາງແຂນ, ພະອົງໄດ້ຊົງປະພິໄນກໍາຂອງພະອົງໄວ້ ໂດຍສັ່ງວ່າ “ພວກທ່ານຕ້ອງປະຕິບັດຕາມເທດສະການປັດສະຄາ”.
ເທດສະການປັດສະຄາ ທີ່ພະເຈົ້າໄດ້ຊົງສັ່ງໃຫ້ພວກເຮົາປະຕິບັດຕາມບໍ່ສາມາດຖືກລຶບລ້າງໄດ້ໂດຍອໍານາດຂອງມະນຸດ. ດັ່ງທີ່ຊາວອິດສະລາເອນ, ຜູ້ທີ່ອົດທົນຕໍ່ການເປັນທາດອັນຍາວນານໃນເອຢິບ ໄດ້ຮັບການປົດປ່ອຍໂດຍຜ່ານເທດສະການປັດສະຄາ, ຄວາມຈິງແຫ່ງປັດສະຄາ ກໍເປັນຫົນທາງດຽວທີ່ນໍາໄປສູ່ອິດສະຫຼະພາບສໍາລັບມະນຸດຊາດທັງປວງ ຜູ້ທີ່ຖືກລ່າມໂສ້ແຫ່ງຄວາມຕາຍ.
ພໍເຖິງເທດສະການເຂົ້າຈີ່ບໍ່ມີເຊື້ອແປ້ງ ເມື່ອມີການຂ້າແກະສໍາລັບອາຫານປັດສະຄາ... ເມື່ອເຖິງໂມງແລ້ວ ພະເຢຊູກໍນັ່ງປະຈໍາທີ່ຂອງພະອົງຮ່ວມກັບພວກອັກຄະທູດ. ພະອົງກ່າວແກ່ພວກເຂົາວ່າ “ດົນນານແລ້ວທີ່ເຮົາປາຖະໜາຢ່າງແຮງກ້າ ທີ່ຈະກິນອາຫານປັດສະຄານີ້ກັບພວກທ່ານກ່ອນເຮົາຈະທົນທຸກທໍລະມານ!” [ລູກາ 22:7-15]
ພະເຢຊູໄດ້ກ່າວຕໍ່ພວກເຂົາວ່າ “ເຮົາບອກພວກທ່ານຕາມຄວາມຈິງວ່າ: ຖ້າພວກທ່ານບໍ່ກິນເນື້ອກາຍຂອງບຸດມະນຸດ ແລະ ດື່ມເລືອດຂອງເພິ່ນແລ້ວ ພວກທ່ານກໍຈະບໍ່ມີຊີວິດໃນພວກທ່ານເອງ. ຜູ້ທີ່ກິນເນື້ອກາຍຂອງເຮົາ ແລະ ດື່ມເລືອດຂອງເຮົາ ກໍມີຊີວິດອັນຕະຫຼອດໄປເປັນນິດ ແລະ ເຮົາຈະໃຫ້ເຂົາເປັນຄືນມາສູ່ຊີວິດໃນມື້ສຸດທ້າຍ. [ໂຢຮັນ 6:53-54]
119 ບຸນດັງ ຕູ້ໄປສະນີ, ບຸນດັງ-ກູ, ຊອງນຳ-ຊີ, ກີຢັອງກີ-ໂດ, ສ. ເກົາຫຼີ
ໂທ 031-738-5999 ແຟັກ 031-738-5998
ສໍານັກງານໃຫຍ່: 50 ຊອງແນ, ບຸນດັງ-ກູ, ຊອງນຳ-ຊີ, ກີຢັອງກີ-ໂດ, ສ. ເກົາຫຼີ
ຄິດສະຕະຈັກແມ່: 35 ພັນກີໂຢ, ບຸນດັງ-ກູ, ຊອງນຳ-ຊີ, ກີຢັອງກີ-ໂດ, ສ. ເກົາຫຼີ
ⓒ ຄິດສະຕະຈັກຂອງພະເຈົ້າ ສະມາຄົມເຜີຍແຜ່ຂ່າວປະເສີດທົ່ວໂລກ ສະຫງວນລິຂະສິດ. ນະໂຍບາຍສ່ວນບຸກຄົນ