ໂນອາໄດ້ເຊື່ອໃນພະພອນຂອງພະເຈົ້າ ເຖິງແມ່ນວ່າລາວຕ້ອງປະສົບກັບຄວາມໂດດດ່ຽວໃນຂະນະທີ່ສ້າງເຮືອໃຫຍ່ເປັນເວລາດົນນານ. ໂມເຊເລືອກທີ່ຈະທົນທຸກຮ່ວມກັບປະຊາຊົນຂອງພະເຈົ້າ ແທນທີ່ຈະເພີດເພີນກັບສະຫງ່າລາສີໃນຖານະເຈົ້າຊາຍຂອງປະເທດເອຢິບ. ອັກຄະທູດໂປນ ຍິນດີໃນໂອກາດທີ່ຈະມອບອານາຈັກສະຫວັນໃຫ້ແກ່ຜູ້ຄົນ ເຖິງແມ່ນວ່າຈະຕ້ອງປະເຊີນກັບຄວາມຍາກລໍາບາກຢ່າງຫຼວງຫຼາຍ. ເຊັ່ນດຽວກັນ, ບັນດາສະມາຊິກໃນຄິດສະຕະຈັກຂອງພະເຈົ້າ ກໍໄດ້ຍ່າງໄປຕາມເສັ້ນທາງແຫ່ງຄວາມເຊື່ອດ້ວຍຄວາມຊົມຊື່ນຍິນດີ ໂດຍແບກໄມ້ກາງແຂນຂອງຕົນ.
ພະມານດາແຫ່ງສະຫວັນ ຊົງເຕືອນພວກເຮົາຢູ່ສະເໝີວ່າ “ພວກເຮົາມີຄວາມຫວັງໃນອານາຈັກສະຫວັນ ບໍ່ແມ່ນບໍ?” ດັ່ງນັ້ນ, ບໍ່ວ່າຈະເປັນຜູ້ເຊື່ອຖື ຫຼື ສາສະໜາຈານ ຜູ້ທີ່ເຮັດວຽກຢູ່ແຖວໜ້າ, ທຸກຄົນຄວນເບິ່ງໄປທີ່ພະພອນແຫ່ງອານາຈັກສະຫວັນ ທີ່ໄດ້ຈັດຕຽມໄວ້ ເໜືອອຸປະສັກທີ່ຈະເກີດຂຶ້ນຢູ່ຕໍ່ໜ້າຂອງພວກເຮົາ ໃນຂະນະທີ່ພວກເຮົາແບກໄມ້ກາງແຂນຂອງພວກເຮົາເອງ.
ເພິ່ນຖືໜັກວ່າ ຄວາມທົນທຸກ ແລະ ທົນອັບອາຍຢ່າງພະເມຊີອານັ້ນ ກໍມີຄ່າກວ່າຊັບສົມບັດທັງໝົດຂອງປະເທດເອຢິບ; ດ້ວຍວ່າ ເພິ່ນປັກຕາໃສ່ບໍາເໜັດທີ່ເພິ່ນຈະໄດ້ຮັບ. [ເຮັບເລີ 11:26]
ດ້ວຍວ່າຖ້າພວກເຈົ້າດໍາເນີນຊີວິດຕາມສັນດານມະນຸດ ພວກເຈົ້າກໍຈວນຈະຕາຍ; ແຕ່ຖ້າໂດຍພະວິນຍານ ພວກເຈົ້າກໍພວມທໍາລາຍກິດຈະການອັນພາໃຫ້ເຮັດບາບ ແລະ ພວກເຈົ້າກໍຈະໄດ້ຊີວິດ. ຄົນໃດທີ່ມີພະວິນຍານຂອງພະເຈົ້ານໍາພາ ຄົນນັ້ນກໍເປັນລູກຂອງພະເຈົ້າ. ... ດ້ວຍວ່າຖ້າທົນທຸກຮ່ວມກັບພະຄິດ ພວກເຮົາກໍຈະໄດ້ຮັບສະງ່າລາສີຮ່ວມກັບພະອົງ. ເຮົາເຫັນວ່າຄວາມທຸກລໍາບາກຂອງພວກເຮົາໃນເວລານີ້ ບໍ່ອາດທຽບໃສ່ກັບສະຫງ່າລາສີທີ່ຈະຖືກເປີດເຜີຍແກ່ພວກເຮົາໃນພາຍໜ້າໄດ້. [ໂລມ 8:13-18]
119 ບຸນດັງ ຕູ້ໄປສະນີ, ບຸນດັງ-ກູ, ຊອງນຳ-ຊີ, ກີຢັອງກີ-ໂດ, ສ. ເກົາຫຼີ
ໂທ 031-738-5999 ແຟັກ 031-738-5998
ສໍານັກງານໃຫຍ່: 50 ຊອງແນ, ບຸນດັງ-ກູ, ຊອງນຳ-ຊີ, ກີຢັອງກີ-ໂດ, ສ. ເກົາຫຼີ
ຄິດສະຕະຈັກແມ່: 35 ພັນກີໂຢ, ບຸນດັງ-ກູ, ຊອງນຳ-ຊີ, ກີຢັອງກີ-ໂດ, ສ. ເກົາຫຼີ
ⓒ ຄິດສະຕະຈັກຂອງພະເຈົ້າ ສະມາຄົມເຜີຍແຜ່ຂ່າວປະເສີດທົ່ວໂລກ ສະຫງວນລິຂະສິດ. ນະໂຍບາຍສ່ວນບຸກຄົນ