ດັ່ງທີ່ກະສັດໄຊລັດແຫ່ງເປີເຊຍ ໄດ້ຄົ້ນພົບຄໍາທໍານວາຍກ່ຽວກັບລາວເອງໃນພະຄໍາພີ ແລະ ໄດ້ຮັບຄວາມຊາບຊຶ້ງໃຈຢ່າງຍິ່ງ ຈົນໄດ້ປົດປ່ອຍຊາວອິດສະລາເອນຈາກການເປັນຊະເລີຍ ແລະ ສ້າງພະວິຫານໃນເຢລູຊາເລັມຂຶ້ນ, ພວກເຮົາກໍຕ້ອງເຊື່ອໃນຄໍາທໍານວາຍທີ່ບັນທຶກໄວ້ໃນພະຄໍາພີເຊັ່ນກັນ. ໂດຍເຕັມໄປດ້ວຍຄວາມຊົມຊື່ນຍິນດີຢ່າງເລິກເຊິ່ງ ເໝືອນດັ່ງກະສັດໄຊລັດ, ພວກເຮົາຕ້ອງປະກາດຂ່າວປະເສີດທີ່ພະເຈົ້າໄດ້ຊົງສັ່ງພວກເຮົາ ດ້ວຍສຸດໃຈ ແລະ ສຸດຈິດຂອງພວກເຮົາ.
ດັ່ງທີ່ພະເຢຊູໄດ້ຊົງສັ່ງສອນຜ່ານຄໍາອຸປະມາເລື່ອງສິບຫຼຽນຄໍາ, ພະອົງໄດ້ຊົງສັນຍາເຖິງອະນາຄົດອັນຮຸ່ງເຮືອງແກ່ຜູ້ທີ່ຢໍາເກງພະຄໍາຂອງພະເຈົ້າວ່າ: ພວກເຂົາຈະໄດ້ປົກຄອງຮ່ວມກັບພະເຈົ້າຕະຫຼອດໄປເປັນນິດ, ແລະ ຈະເພີດເພີນກັບສະຫງ່າລາສີທີ່ນິລັນໃນອານາຈັກສະຫວັນ ເຊິ່ງເປັນສະຖານທີ່ທີ່ຈະບໍ່ມີຄວາມຕາຍ, ຄວາມໂສກເສົ້າ, ການຮ້ອງໄຫ້ ຫຼື ຄວາມເຈັບປວດອີກຕໍ່ໄປ.
ແລ້ວຂ້າພະເຈົ້າກໍໄດ້ເຫັນສະຫວັນໃໝ່ ແລະ ແຜ່ນດິນໂລກໃໝ່. ສະຫວັນແຮກ ແລະ ແຜ່ນດິນໂລກແຮກໄດ້ສູນຫາຍໄປ ແລະ ທະເລກໍບໍ່ມີຄືກັນ. ... ພະອົງຈະເຊັດນໍ້າຕາທຸກຢົດຈາກຕາຂອງພວກເຂົາ. ຄວາມຕາຍຈະບໍ່ມີອີກຕໍ່ໄປ, ຄວາມໂສກເສົ້າ, ການຮ້ອງໄຫ້ ແລະ ຄວາມເຈັບປວດຈະບໍ່ມີອີກຕໍ່ໄປ. ສິ່ງເກົ່າແກ່ໄດ້ສູນຫາຍໄປແລ້ວ.” [ພະນິມິດ 21:1-4]
119 ບຸນດັງ ຕູ້ໄປສະນີ, ບຸນດັງ-ກູ, ຊອງນຳ-ຊີ, ກີຢັອງກີ-ໂດ, ສ. ເກົາຫຼີ
ໂທ 031-738-5999 ແຟັກ 031-738-5998
ສໍານັກງານໃຫຍ່: 50 ຊອງແນ, ບຸນດັງ-ກູ, ຊອງນຳ-ຊີ, ກີຢັອງກີ-ໂດ, ສ. ເກົາຫຼີ
ຄິດສະຕະຈັກແມ່: 35 ພັນກີໂຢ, ບຸນດັງ-ກູ, ຊອງນຳ-ຊີ, ກີຢັອງກີ-ໂດ, ສ. ເກົາຫຼີ
ⓒ ຄິດສະຕະຈັກຂອງພະເຈົ້າ ສະມາຄົມເຜີຍແຜ່ຂ່າວປະເສີດທົ່ວໂລກ ສະຫງວນລິຂະສິດ. ນະໂຍບາຍສ່ວນບຸກຄົນ