ດັ່ງທີ່ມີບັນທຶກໄວ້ວ່າ “ທຸກຄົນທີ່ປາຖະໜາດໍາເນີນຊີວິດຕາມທາງຂອງພະເຈົ້າ ໃນການຮ່ວມເຂົ້າກັບພະເຢຊູຄິດ ກໍຈະຖືກຂົ່ມເຫັງ.” ແລະ ດັ່ງທີ່ພະເຢຊູໄດ້ຊົງກ່າວວ່າ “ຖ້າຜູ້ໃດຕ້ອງການຕິດຕາມເຮົາມາ... ຈົ່ງແບກໄມ້ກາງແຂນຂອງຕົນ... ແລະ ຕາມເຮົາມາ,” ຊີວິດຂອງທຸກຄົນທີ່ດໍາລົງຊີວິດເພື່ອສະຫງ່າລາສີຂອງອານາຈັກສະຫວັນຍ່ອມຕ້ອງປະເຊີນກັບຄວາມທຸກທໍລະມານໃນຊ່ວງເວລາສັ້ນໆ.
ເອຊາວ ແລະ ຢູດາອິດສະກາລີໂອດໄດ້ດໍາລົງຊີວິດຕາມເນື້ອໜັງ ໂດຍສະແຫວງຫາຄວາມສຸກໃນບາບ ແລະໃນທີ່ສຸດ ກໍສູນເສຍພະພອນແຫ່ງອານາຈັກສະຫວັນ. ຢ່າງໃດກໍຕາມ, ໂມເຊ, ຢາໂຄບ, ດານີເອນ ແລະ ໝູ່ສາມຄົນຂອງລາວໄດ້ເອົາຊະນະຄວາມຍາກລໍາບາກ ໂດຍການໃຫ້ຄຸນຄ່າແກ່ຄວາມສຸກໃນສະຫວັນສູງກວ່າ. ເຊັ່ນດຽວກັນ, ສະມາຊິກໃນຄິດສະຕະຈັກຂອງພະເຈົ້າ ກໍວາງຄວາມຫວັງຂອງພວກເຂົາໄວ້ໃນຄວາມສຸກໃນສະຫວັນ ທີ່ພະເຈົ້າໄດ້ຊົງສັນຍາໄວ້ ໂດຍ ອຸທິດຕົນເພື່ອການປະກາດເຖິງພະພອນຂອງມື້ພະແຫ່ງຄໍາໝັ້ນສັນຍາໃໝ່ ແລະ ເທດສະການປັດສະຄາ ດັ່ງທີ່ພະອົງໄດ້ຊົງສັ່ງໄວ້.
ແມ່ນຄວາມເຊື່ອທີ່ໄດ້ເຮັດໃຫ້ໂມເຊ ເມື່ອເພິ່ນໃຫຍ່ແລ້ວ ສະຫຼະສິດທີ່ຈະຮັບຊື່ວ່າ ເປັນລູກຊາຍຂອງລູກສາວກະສັດ. ເພິ່ນເລືອກເອົາຄວາມທົນທຸກຮ່ວມກັບປະຊາຊົນຂອງພະເຈົ້າ ແທນທີ່ເພິ່ນຈະສະໜຸກສະໜານຢູ່ໃນການບາບເວລາຊົ່ວຄາວ. ເພິ່ນຖືໜັກວ່າ ຄວາມທົນທຸກ ແລະ ທົນອັບອາຍຢ່າງພະເມຊີອານັ້ນ ກໍມີຄ່າກວ່າຊັບສົມບັດທັງໝົດຂອງປະເທດເອຢິບ; ດ້ວຍວ່າ ເພິ່ນປັກຕາໃສ່ບໍາເໜັດທີ່ເພິ່ນຈະໄດ້ຮັບ. ເຮັບເລີ 11:24-26
119 ບຸນດັງ ຕູ້ໄປສະນີ, ບຸນດັງ-ກູ, ຊອງນຳ-ຊີ, ກີຢັອງກີ-ໂດ, ສ. ເກົາຫຼີ
ໂທ 031-738-5999 ແຟັກ 031-738-5998
ສໍານັກງານໃຫຍ່: 50 ຊອງແນ, ບຸນດັງ-ກູ, ຊອງນຳ-ຊີ, ກີຢັອງກີ-ໂດ, ສ. ເກົາຫຼີ
ຄິດສະຕະຈັກແມ່: 35 ພັນກີໂຢ, ບຸນດັງ-ກູ, ຊອງນຳ-ຊີ, ກີຢັອງກີ-ໂດ, ສ. ເກົາຫຼີ
ⓒ ຄິດສະຕະຈັກຂອງພະເຈົ້າ ສະມາຄົມເຜີຍແຜ່ຂ່າວປະເສີດທົ່ວໂລກ ສະຫງວນລິຂະສິດ. ນະໂຍບາຍສ່ວນບຸກຄົນ