ຄວາມສໍາເລັດ ຫຼື ຄວາມລົ້ມເຫຼວຂອງວຽກງານແຫ່ງຂ່າວປະເສີດ ແມ່ນຂຶ້ນກັບວ່າ ຄວາມເຊື່ອຂອງພວກເຮົາໃນພະເຈົ້າ ເຂັ້ມແຂງຫຼາຍພຽງໃດ. ດັ່ງທີ່ພະເຈົ້າໄດ້ຊົງສະແດງໃຫ້ເຫັນໃນການສູ້ຮົບໃນສະໄໝຂອງກີເດໂອນ ແລະ ໂຢຊວຍ, ຜູ້ທີ່ຄວາມເຊື່ອຖືກສັ່ນຄອນຍ້ອນສະພາບແວດລ້ອມ ແລະ ເງື່ອນໄຂຕ່າງໆ ຈະຖືກແຍກອອກຈາກກອງທັບຂອງພະເຈົ້າ ແລະ ພຽງແຕ່ຜູ້ທີ່ມີຄວາມເຊື່ອຢ່າງໜັກແໜ້ນໃນພະເຈົ້າເທົ່ານັ້ນ ຖືກໃຊ້ເພື່ອຂຽນປະຫວັດສາດແຫ່ງໄຊຊະນະ.
ພະເຈົ້າໄດ້ຊົງນໍາພາທຸກຍຸກສະໄໝ ໃນວິທີທີ່ບໍ່ມີໃຜສາມາດຈິນຕະນາການໄດ້. ແມ່ນແຕ່ໃນສະໄໝພະວິນຍານບໍລິສຸດ, ເມື່ອພວກເຮົາເຊື່ອຢ່າງເຕັມທີ່ໃນພະຄໍາຂອງພະຄິດ ພະອັນຊັງໂຮງ ແລະ ພະເຈົ້າພະມານດາທີ່ວ່າ “ຈົ່ງຊ່ວຍໂລກໃຫ້ພົ້ນ”, ພວກເຮົາກໍຈະສໍາເລັດພາລະກິດຂອງກອງທັບແຫ່ງສະຫວັນ ເພື່ອເຮັດໃຫ້ຂ່າວປະເສີດແຫ່ງສະຫວັນສໍາເລັດ.
ຈົ່ງຮ່ວມໃນຄວາມທົນທຸກ ດັ່ງເປັນທະຫານຜູ້ສັດຊື່ຂອງພະເຢຊູຄິດ. ບໍ່ມີຜູ້ໃດທີ່ຮັບໃຊ້ດັ່ງທະຫານ ເຂົ້າໄປພົວພັນກັບເລື່ອງພົນລະເຮືອນ, ແຕ່ພະຍາຍາມເຮັດໃຫ້ຜູ້ບັນຊາການພໍໃຈ. [2 ຕີໂມທີ 2:3-4]
ພະເຢຊູໄດ້ຫຍັບເຂົ້າມາໃກ້ພວກເຂົາ ແລະ ກ່າວວ່າ “ສິດອໍານາດທັງໝົດໃນສະຫວັນ ແລະ ທີ່ແຜ່ນດິນໂລກຖືກມອບໃຫ້ເຮົາແລ້ວ. ດັ່ງນັ້ນ ຈົ່ງໄປທົ່ວໂລກສັ່ງສອນຄົນທຸກຊາດ ທຸກພາສາ ໃຫ້ເປັນສາວົກຂອງເຮົາ ໃຫ້ເຂົາຮັບບັບຕິດສະມາ ໃນນາມຂອງພະບິດາ, ພະບຸດ, ແລະ ພະວິນຍານບໍລິສຸດ ແລະ ສັ່ງສອນເຂົາໃຫ້ເຊື່ອຟັງທຸກໆສິ່ງທີ່ເຮົາໄດ້ສັ່ງພວກທ່ານ. ຝ່າຍເຮົາຈະຢູ່ກັບທ່ານທັງຫຼາຍທຸກໆມື້ເຖິງສິ້ນຍຸກນີ້.” [ມັດທາຍ 28:18-20]
119 ບຸນດັງ ຕູ້ໄປສະນີ, ບຸນດັງ-ກູ, ຊອງນຳ-ຊີ, ກີຢັອງກີ-ໂດ, ສ. ເກົາຫຼີ
ໂທ 031-738-5999 ແຟັກ 031-738-5998
ສໍານັກງານໃຫຍ່: 50 ຊອງແນ, ບຸນດັງ-ກູ, ຊອງນຳ-ຊີ, ກີຢັອງກີ-ໂດ, ສ. ເກົາຫຼີ
ຄິດສະຕະຈັກແມ່: 35 ພັນກີໂຢ, ບຸນດັງ-ກູ, ຊອງນຳ-ຊີ, ກີຢັອງກີ-ໂດ, ສ. ເກົາຫຼີ
ⓒ ຄິດສະຕະຈັກຂອງພະເຈົ້າ ສະມາຄົມເຜີຍແຜ່ຂ່າວປະເສີດທົ່ວໂລກ ສະຫງວນລິຂະສິດ. ນະໂຍບາຍສ່ວນບຸກຄົນ