ເນື່ອງຈາກປຶ້ມພະຄໍາທັງ 66 ເຫຼັ້ມປະກອບດ້ວຍວິທີມາຫາພະຜູ້ຊ່ວຍໃຫ້ພົ້ນ ແລະ ປັນຍາທີ່ຈະຈໍາແນກຄວາມຈິງອອກຈາກຄວາມບໍ່ຈິງ, ພະເຈົ້າໄດ້ຊົງເຕືອນພວກເຮົາບໍ່ໃຫ້ຕື່ມ ຫຼື ຕັດຂໍ້ຄວາມໃດໆອອກຈາກພະຄໍາພີ, ແຕ່ໃຫ້ປະຕິບັດຕາມພະຄໍາຂອງພະເຈົ້າເທົ່ານັ້ນ. ເມື່ອສອງພັນປີກ່ອນ, ພະເຢຊູຊົງຮ້ອງອອກມາພຽງລໍາພັງວ່າ “ຈົ່ງມາຫາເຮົາເພື່ອຮັບເອົານໍ້າແຫ່ງຊີວິດ”, ແຕ່ພະອົງໄດ້ຊົງສັ່ງສອນພວກເຮົາວ່າ ບັດນີ້ພວກເຮົາຕ້ອງມາຫາພະວິນຍານ ແລະ ເຈົ້າສາວ ເພື່ອຮັບເອົານໍ້າແຫ່ງຊີວິດ ແລະ ມີຊີວິດນິລັນ.
ເອຊາຢາໄດ້ທໍານາຍວ່າ ພະເຈົ້າຈະຊົງນໍາພາບັນດາລູກ ຂອງພະອົງໄປສູ່ບໍ່ນ້ຳພຸແຫ່ງຊີວິດ ແລະ ພະເຈົ້າ ພະອັນ ຊັງໂຮງ ຜູ້ເປັນພະວິນຍານບໍລິສຸດ ທີ່ໄດ້ສໍາເລັດຄໍາທໍານວາຍທັງໝົດໃນພະຄໍາພີ ໄດ້ຊົງນໍາພາມະນຸດຊາດທັງຫຼາຍໄປຫາພະມານດາແຫ່ງສະຫວັນ ເຢລູຊາເລັມ ຜູ້ຊົງເປັນເຈົ້າສາວຂອງພະວິນຍານບໍລິສຸດ ແລະ ຕົ້ນກໍາເນີດຂອງນໍ້າແຫ່ງຊີວິດ.
ແລ້ວພະວິນຍານ ແລະ ເຈົ້າສາວກໍກ່າວວ່າ “ມາເທາະ!” ທຸກໆຄົນທີ່ຍິນເລື່ອງນີ້ກໍຕ້ອງເວົ້າຄືກັນວ່າ “ມາເທາະ!” ຈົ່ງມາເທາະ ຜູ້ໃດກໍຕາມທີ່ຫິວນໍ້າ; ຈົ່ງຮັບເອົານ້ຳແຫ່ງຊີວິດໄປດື່ມໂດຍບໍ່ຕ້ອງເສຍຄ່າ. [ພະນິມິດ 22:17]
ພະຜູ້ເປັນເຈົ້າກ່າວຕໍ່ປະຊາຊົນຂອງພະອົງວ່າ “ເມື່ອເຖິງເວລາທີ່ຈະຊ່ອຍເຈົ້າໃຫ້ພົ້ນ ເຮົາຈະເຫັນໃຈເຈົ້າ ແລະ ຕອບຄໍາຮ້ອງຂໍ ຈະເຝົ້າແຍງຮັກສາ ແລະ ປົກປ້ອງເຈົ້າໄວ້ ...ດ້ວຍວ່າເຂົາມີຜູ້ນໍາພາທີ່ຮັກແພງເຂົາຫຼາຍ ພະອົງຈະນໍາພາເຂົາໄປສູ່ບໍ່ນ້ຳພຸ. [ເອຊາຢາ 49:8-10]
119 ບຸນດັງ ຕູ້ໄປສະນີ, ບຸນດັງ-ກູ, ຊອງນຳ-ຊີ, ກີຢັອງກີ-ໂດ, ສ. ເກົາຫຼີ
ໂທ 031-738-5999 ແຟັກ 031-738-5998
ສໍານັກງານໃຫຍ່: 50 ຊອງແນ, ບຸນດັງ-ກູ, ຊອງນຳ-ຊີ, ກີຢັອງກີ-ໂດ, ສ. ເກົາຫຼີ
ຄິດສະຕະຈັກແມ່: 35 ພັນກີໂຢ, ບຸນດັງ-ກູ, ຊອງນຳ-ຊີ, ກີຢັອງກີ-ໂດ, ສ. ເກົາຫຼີ
ⓒ ຄິດສະຕະຈັກຂອງພະເຈົ້າ ສະມາຄົມເຜີຍແຜ່ຂ່າວປະເສີດທົ່ວໂລກ ສະຫງວນລິຂະສິດ. ນະໂຍບາຍສ່ວນບຸກຄົນ