ໃນສະໄໝຂອງການອົບພະຍົບຂອງຊາວອິດສະລາເອນ, ໄພພິບັດໄດ້ເກີດຂຶ້ນທົ່ວທັງປະເທດເອຢິບ ແຕ່ບໍ່ມີໄພພິບັດໃດເກີດຂຶ້ນກັບຊາວອິດສະລາເອນ. ນີ້ແມ່ນຄວາມແຕກຕ່າງລະຫວ່າງສະຖານທີ່ທີ່ມີຄໍາໝັ້ນສັນຍາຂອງພະເຈົ້າ ແລະ ສະຖານທີ່ທີ່ບໍ່ມີຄໍາໝັ້ນສັນຍານັ້ນ. ພະເຈົ້າໄດ້ຊົງປະທານພະສັນຍາທີ່ຍິ່ງໃຫຍ່ວ່າ ບໍ່ວ່າບ່ອນໃດກໍຕາມທີ່ມີການປະຕິບັດຕາມພະບັນຍັດຂອງພະອົງ ຄືເທດສະການປັດສະຄາແຫ່ງຄໍາໝັ້ນສັນຍາໃໝ່, ປະຊາຊົນຂອງພະອົງຈະໄດ້ຮັບພະພອນເມື່ອພວກເຂົາເຂົ້າມາ ແລະ ໄດ້ຮັບພອນເມື່ອພວກເຂົາອອກໄປ ແລະ ພະອົງຈະບັນດານໃຫ້ພວກເຂົາເປັນໃຫຍ່ກວ່າຊົນຊາດອື່ນໆເທິງແຜ່ນດິນໂລກ.
ຜູ້ປະກາດພະຄໍາເອຊາຢາ, ເສຟານີຢາ ແລະ ເປໂຕ ໄດ້ເປັນພິຍານວ່າ ໄພພິບັດຄັ້ງໃຫຍ່ຈາກໄຟ ຈະເກີດຂຶ້ນໃນໂລກນີ້ ເພາະວ່າໂລກບໍ່ປະຕິບັດຕາມຄໍາໝັ້ນສັນຍາໃໝ່ ເຊິ່ງລວມທັງມື້ພະຂອງພະເຈົ້າ ແລະ ເທດສະການປັດສະຄາດ້ວຍ. ພະຄໍາພີເປັນພິຍານວ່າ ພຽງແຕ່ການປະຕິບັດຕາມຄໍາໝັ້ນສັນຍາຂອງພະເຈົ້າເທົ່ານັ້ນ ມະນຸດຈຶ່ງສາມາດກາຍເປັນລູກຂອງພະບິດາ ພະຄິດ ພະອັນຊັງໂຮງ ແລະ ພະເຈົ້າພະມານດາ ແລະ ໄດ້ຮັບການປົກປ້ອງຈາກພະເຈົ້າຈາກໄພພິບັດທັງໝົດໄດ້.
“ຖ້າພວກເຈົ້າເຊື່ອຟັງພະຜູ້ເປັນເຈົ້າ ອົງເປັນພະເຈົ້າຂອງພວກເຈົ້າ ແລະ ປະຕິບັດຢ່າງສັດຊື່ ຕາມພະຄໍາສັ່ງທຸກຂໍ້ ທີ່ຂ້າພະເຈົ້າພວມມອບໃຫ້ພວກເຈົ້າມື້ນີ້; ພະອົງຈະບັນດານໃຫ້ພວກເຈົ້າເປັນໃຫຍ່ກວ່າຊົນຊາດອື່ນໆເທິງແຜ່ນດິນໂລກ. ຈົ່ງເຊື່ອຟັງພະຜູ້ເປັນເຈົ້າອົງເປັນພະເຈົ້າຂອງພວກເຈົ້າ ແລະ ຄໍາອວຍພອນທັງໝົດເຫຼົ່ານີ້ກໍຈະເປັນຂອງພວກເຈົ້າ; ... “ພະຜູ້ເປັນເຈົ້າຈະອວຍພອນທຸກໆສິ່ງທີ່ພວກເຈົ້າເຮັດ. (“ທ່ານຈະໄດ້ຮັບພະພອນເມື່ອທ່ານເຂົ້າມາ ແລະ ທ່ານຈະໄດ້ຮັບພະພອນເມື່ອທ່ານອອກໄປ”, TH1971) [ພະບັນຍັດສອງ 28:1-6]
ເມື່ອເຈົ້າບອກພວກເຂົາສິ່ງທັງໝົດນັ້ນແລ້ວ ພວກເຂົາກໍຈະຖາມເຈົ້າວ່າ ເປັນຫຍັງເຮົາຈຶ່ງລົງໂທດພວກເຂົາໜັກແທ້. ພວກເຂົາຈະຖາມວ່າ ພວກເຂົາມີຄະດີຫຍັງ ແລະ ໄດ້ເຮັດບາບຫຍັງຕໍ່ສູ້ພະເຈົ້າຂອງພວກເຂົາແດ່. ແລ້ວເຈົ້າຈົ່ງບອກພວກເຂົາວ່າ ພະຜູ້ເປັນເຈົ້າໄດ້ກ່າວດັ່ງນີ້ ‘ບັນພະບຸລຸດຂອງໝູ່ເຈົ້າໄດ້ຫັນໜີຈາກເຮົາໄປຂາບໄຫວ້ ແລະຮັບໃຊ້ພະອື່ນ. ພວກເຂົາໄດ້ປະຖິ້ມເຮົາ ແລະ ບໍ່ໄດ້ປະຕິບັດຕາມຄໍາສັ່ງສອນຂອງເຮົາ. [ເຢເລມີຢາ 16:10-11]
119 ບຸນດັງ ຕູ້ໄປສະນີ, ບຸນດັງ-ກູ, ຊອງນຳ-ຊີ, ກີຢັອງກີ-ໂດ, ສ. ເກົາຫຼີ
ໂທ 031-738-5999 ແຟັກ 031-738-5998
ສໍານັກງານໃຫຍ່: 50 ຊອງແນ, ບຸນດັງ-ກູ, ຊອງນຳ-ຊີ, ກີຢັອງກີ-ໂດ, ສ. ເກົາຫຼີ
ຄິດສະຕະຈັກແມ່: 35 ພັນກີໂຢ, ບຸນດັງ-ກູ, ຊອງນຳ-ຊີ, ກີຢັອງກີ-ໂດ, ສ. ເກົາຫຼີ
ⓒ ຄິດສະຕະຈັກຂອງພະເຈົ້າ ສະມາຄົມເຜີຍແຜ່ຂ່າວປະເສີດທົ່ວໂລກ ສະຫງວນລິຂະສິດ. ນະໂຍບາຍສ່ວນບຸກຄົນ