ເມື່ອບັນດາລູກຂອງພະເຈົ້າກາຍເປັນເກືອ ແລະ ຄວາມສະຫວ່າງຂອງໂລກຕາມຄໍາສັ່ງສອນຂອງພະເຈົ້າ, ສະແດງພະສະຫງ່າລາສີຂອງພະເຈົ້າຜ່ານການກະທໍາທີ່ດີຂອງພວກເຂົາ ແລະ ນໍາພາມວນມະນຸດຊາດມາສູ່ພະເຈົ້າດ້ວຍຄວາມຈິງແຫ່ງຄໍາໝັ້ນສັນຍາໃໝ່, ພະເຈົ້າຈະຊົງພໍໃຈ ແລະ ຊົງປະທານພະພອນທີ່ລົ້ນເຫຼືອແກ່ພວກເຂົາໃນມື້ທີ່ພວກເຂົາຢືນຢູ່ຊ້ອງໜ້າພະອົງ.
ຖ້າພວກເຮົາໄດ້ຍອມຮັບພະຄິດ ພະອັນຊັງໂຮງ ແລະ ພະມານດາແຫ່ງສະຫວັນ ເຢລູຊາເລັມ ໃນສະໄໝພະວິນຍານບໍລິສຸດ, ຕັ້ງແຕ່ນີ້ໄປ, ພວກເຮົາຕ້ອງປະຖິ້ມນິໄສທີ່ຊົ່ວຮ້າຍ ທີ່ໄດ້ຮຽນຮູ້ມາຈາກໂລກນີ້ ແລະ ສວມສະພາບມະນຸດຄົນໃໝ່ໃນຖານະທີ່ເປັນຊາວຄິດສະຕຽນ. ໃນຂະນະທີ່ໂລກນີ້ສູນເສຍຄວາມຢໍາເກງພະເຈົ້າຫຼາຍຂຶ້ນເລື້ອຍໆ ແລະ ເຕັມດ້ວຍຄວາມຊົ່ວຮ້າຍ ແລະ ເສື່ອມຊາມ, ພວກເຮົາຕ້ອງຮັບຮູ້ວ່າມື້ແຫ່ງການພິພາກສາຂອງພະເຈົ້າໃກ້ເຂົ້າມາແລ້ວ ເໝືອນດັ່ງສະໄໝຂອງໂນອາ ແລະ ໂລດ ແລະ ດໍາລົງຊີວິດທີ່ຢໍາເກງພະເຈົ້າຫຼາຍຂຶ້ນ.
ເຫດສະນັ້ນພີ່ນ້ອງທັງຫຼາຍຂອງເຮົາເອີຍ ໂດຍເຫັນແກ່ຄວາມເມດຕາຂອງພະເຈົ້າທີ່ມີຕໍ່ພວກເຮົາຢ່າງຫຼວງຫຼາຍ ເຮົາຈຶ່ງຮຽກຮ້ອງພວກເຈົ້າໃຫ້ຖວາຍຕົວແກ່ພະເຈົ້າ ເປັນເຄື່ອງບູຊາອັນມີຊີວິດ, ເປັນອັນບໍລິສຸດ ແລະ ເປັນທີ່ພໍໃຈພະອົງ. ນີ້ແຫຼະເປັນການນະມັດສະການອັນຖືກຕ້ອງທີ່ພວກເຈົ້າຄວນກະທໍາ. ຢ່າດໍາເນີນຊີວິດຄືຢ່າງຊາວໂລກນີ້; ແຕ່ຈົ່ງໃຫ້ພະເຈົ້າປ່ຽນແປງຈິດໃຈຂອງພວກເຈົ້າໃໝ່ ແລະ ອຸປະນິໄສຂອງພວກເຈົ້າກໍຈະປ່ຽນໃໝ່ຢ່າງໝົດສິ້ນ. ແລ້ວພວກເຈົ້າກໍຈະຮູ້ຄວາມປະສົງຂອງພະເຈົ້າຄື: ຈະຮູ້ວ່າອັນໃດດີ, ອັນໃດທີ່ຖືກໃຈພະອົງ ແລະ ອັນໃດດີທີ່ສຸດ. [ໂລມ 12:1-2]
119 ບຸນດັງ ຕູ້ໄປສະນີ, ບຸນດັງ-ກູ, ຊອງນຳ-ຊີ, ກີຢັອງກີ-ໂດ, ສ. ເກົາຫຼີ
ໂທ 031-738-5999 ແຟັກ 031-738-5998
ສໍານັກງານໃຫຍ່: 50 ຊອງແນ, ບຸນດັງ-ກູ, ຊອງນຳ-ຊີ, ກີຢັອງກີ-ໂດ, ສ. ເກົາຫຼີ
ຄິດສະຕະຈັກແມ່: 35 ພັນກີໂຢ, ບຸນດັງ-ກູ, ຊອງນຳ-ຊີ, ກີຢັອງກີ-ໂດ, ສ. ເກົາຫຼີ
ⓒ ຄິດສະຕະຈັກຂອງພະເຈົ້າ ສະມາຄົມເຜີຍແຜ່ຂ່າວປະເສີດທົ່ວໂລກ ສະຫງວນລິຂະສິດ. ນະໂຍບາຍສ່ວນບຸກຄົນ